ຜູ້ນຳ ຟີລິບປິນ ເລັ່ງໃຫ້ການຊ່ວຍເຫລືອຜູ້ປະສົບໄພພາຍຸໄຕ້ຝຸ່ນ ໂນຣູ

ຕາມ​ຂ່າວ​ຈາກ ​ຣອຍ​ເຕີ, ວັນ​ທີ 26 ​ກັນຍາ​ນີ້,ທ່ານ ​ເຟີ​ດີ​ນັນ ມາຣກໍ​ສ ຈູ​ເນຍ(Ferdinand Marcos Jr),ປະທານາທິບໍດີ ຟີລິບປິນ ໄດ້ສັ່ງໃຫ້ ຈັດສົ່ງເຄື່ອງໃຊ້ສອຍທີ່ຈຳເປັນ ແລະ ເຄື່ອງ​ເຮັດຄວາມສະອາດໃຫ້ແກ່ຜູ້ປະສົບ ເຄາະຮ້າຍຈາກລົມພາຍຸ ໄຕ້ຝຸ່ນ​ ໂນຣູ (Noru) ທີ່ພັດເຂົ້າເກາະ ລູຊອນ (Luzon) ຂອງປະເທດ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 5 ຄົນ ຫລັງ​ຈາກ ​ສັ່ງ​ປິດ​​ໂຮງຮຽນ ​ແລະ ​ສະຖານ​ທີ່​ເຮັດ​ວຽກ​ຂອງ​ລັດ​ທຸກ​ແຫ່ງ ຢູ່​ເກາະ​ລູຊອນ ຊຶ່ງ​ເປັນ​ເກາະໃຫຍ່​ທີ່​ສຸດ ຕັ້ງຢູ່​ທາງ​ເໜືອ ​ຂອງ ​ຟີ​ລິບ​ປິນ ​ແລະ ​ເນັ້ນ​ໃຫ້ ​ໜ່ວຍ​ງານ​ທຸກ​ແຫ່ງພ້ອມ​ສົ່ງ​ມອບ ​ຄວາມ​ຊ່ວຍ​ເຫລືອ ​ໃຫ້​ແກ່​ປະຊາຊົນຕະຫລອດ 24 ຊົ່ວ​ໂມງ ​ພາຍຫລັງ ພາຍຸ ​ພັດ​ຂຶ້ນ​ຝັ່ງ​ ທີ່​ເກາະ​ລູຊອນ ດ້ວຍ​ຄວາມ​ໄວ​ລົມ 175 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ແລະ ຄວາມ​ໄວ​ລົມ​ພັດ​ ແຮງ​ສູງ​ສຸດ ​ໃກ້​ສູນ​ກາງ 290 ກິ​ໂລ​ແມັດ​ ຕໍ່​ຊົ່ວ​ໂມງ ຖື​ເປັນຄວາມ​ແຮງ​ ເທົ່າ​ທຽບ​ກັບ ​ເຮີຣິ​ເຄນ ລະດັບ 3 ​ແລະ​ ເປັນ​ພາຍຸ ທີ11 ພັດ​ຜ່ານ​ ຟີ​ລິບ​ປິນ ​ໃນ​ປີ​ນີ້ ສ້າງ​ຄວາມ​ເສຍ​ຫາຍ​ ​ເປັນ​ບໍລິ​ເວນ​ກວ້າງ ​ໂດຍ​ສະ​ເພາະ ເຮືອນ​ປະຊາຊົນ ​ແລະ ​ຖະໜົນ​ ຫລາຍ​ສາຍ ຈົມ​ຢູ່​ໃຕ້​ນ້ຳ.ນອກ​ນີ້ ຍັງ​ສັ່ງຍົກຍ້າຍ​ ປະຊາຊົນ​ 74,000 ​ຄົນ ໄປ​ຢູ່​ ເຂດ​ປອດ​ໄພ​ແລ້ວ.

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

error: Content is protected !!