ເມືອງ ນ້ຳບາກ ກຽມຄວາມພ້ອມຈັດງານເທດສະການໝາກກ້ຽງປະຈຳປີ 2022

ວັນທີ 21 ກັນຍາຜ່ານມານີ້, ທີ່ສະໂມສອນເມືອງ ນໍ້າບາກ, ແຂວງ ຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມຄວາມພ້ອມໃນການຈັດງານ ເທດສະການໝາກກ້ຽງນ້ຳບາກປະຈຳປີ 2022 ໂດຍເປັນປະທານຂອງ ທ່ານ ບຸນທັນ ຈັນທະສັກ ຮອງເຈົ້າເມືອງນ້ຳບາກ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານທີ່ຮັບຜິດຊອບ ພ້ອມດວ້ຍອົງການປົກຄອງ 14 ບ້ານທີ່ກ່ຽວຂອງ ເຂົ້າຮ່ວມ.

ພີທີ ທ່ານ ວັນແພງ ອຸດທະວີສັກ ຫົວໜ້າຫ້ອງວ່າການເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງນ້ຳບາກ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ-ອະນຸກຳມະການຕ່າງໆ, ຜ່ານແຜນດຳເນີນງານເທດສະການໝາກກ້ຽງນ້ຳບາກ ປະຈຳປີ 2022, ໂດຍກຳນົດເປັນເວລາ 2 ວັນ ຊຶ່ງຈະມີກິດຈະກຳທີ່ຫຼາກຫຼາຍ ເປັນຕົ້ນ ງານວາງສະແດງຂາຍຜົນຜະລິດຂອງໝາກກ້ຽງ, ການປະກວດລົດຊາດໝາກກ້ຽງ, ປະກວດນາງສາວໝາກກ້ຽງ, ງານວາງສະແດງສິນຄ້າຫັດຖະກຳແຜ່ນແພ ຍ້ອມສີທຳມະຊາດ ທີ່ເປັນເອກະລັກ, ອາຫານພື້ນບ້ານ, ຜະລິດຕະພັນໄຄແຜ່ນ, ສະແດງສິລະປະວັນນະຄະດີ, ການເດີນຂະບວນກ້ອນກໍາລັງຂອງຊາວບ້ານ ທີ່ຕິດພັນກັບການປູກໝາກກ້ຽງ ຈຳນວນ 14 ຂະບວນ, ຂະບວນບ້ານທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ ບ້ານນາຍາງໃຕ້ ແລະ ອື່ນໆ. ເພື່ອເປັນການພື້ນຟູ ແລະ ສົ່ງເສີມການທ່ອງທ່ຽວ ຕິດພັນກັບການອະນຸລັກຮັກສາ ແລະ ສົ່ງເສີມມູນເຊື້ອ ຄວາມດຸໝັ່ນຂອງຊາວກະສິກອນ ສວນໝາກກ້ຽງ ໃຫ້ມີຄວາມຍືນຍົງຕະຫຼອດໄປ. ໂອກາດນີ້ ຜູ້ເຂົ້າຮ່ວມ ໄດ້ປະກອບຄຳເຫັນ ກ່ຽວກັບຮູບແບບຂອງການຈັດງານ, ຮູບແບບຂອງການປະກວດ ແລະ ຂະບວນການຕ່າງໆ ເພື່ອເຮັດໃຫ້ມີຄວາມເປັນເອກະພາບກັນ ເຮັດໃຫ້ການຈັດງານມີຄວາມເບີກບານມ່ວນຊື່ນ, ຮັກສາໄດ້ເອກະລັກວັດທະນະທຳ, ເປັນການດຶງດູດນັກທ່ອງທ່ຽວ ໃຫ້ມາທ່ຽວມາຊົມ ທັງເປັນການສ້າງລາຍຮັບໃຫ້ປະຊາຊົນ, ຈາກນັ້ນ ຈະໄດ້ມີການລາຍງານໜ້າວຽກແຕ່ລະໄລຍະ, ມີການຝຶກຊ້ອມຂະບວນການຕ່າງໆ ຄາດວ່າງານເທດສະການໝາກກ້ຽງນ້ຳບາກ ຈະໄດ້ຈັດຂຶ້ນໃນທ້າຍເດືອນຕຸລາ ປີ 2022 ນີ້.

 (ຂ່າວ: ພອນສັກ ສິງດາລັກ ນັກຂ່າວເມືອງນໍ້າບາກ)

error: Content is protected !!