ແຂວງ ອຸດົມໄຊ ຫາລືການຟື້ນຟູຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ 3 ເມືອງ

ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ແຂວງອຸດົມໄຊ ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການຟື້ນຟູຜົນກະທົບ ຈາກໄພພິບັດນໍ້າຖ້ວມ 3 ເມືອງຄື: ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ໃນວັນທີ 22 ກັນຍາ 2022 ໂດຍການເປັນປະທານຂອງທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຄະນະຮັບຜິດຊອບຟື້ນຟູຜົນກະທົບຈາກໄພພິບັດ ນ້ຳຖ້ວມ ແລະ ຂະແໜງ ການກ່ຽວຂ້ອງຂັ້ນແຂວງ ແລະ ບັນດາເມືອງທີ່ໄດ້ຮັບຜົນກະທົບ ເຂົ້າຮ່ວມ, ເຊິ່ງກອງປະ ຊຸມໄດ້ເປັນເອກະພາບກັນຮັບຮອງເອົາຕົວເລກ ຄວາມເສຍຫາຍ ແລະ ຈຳນວນງົບປະມານທີ່ຈະນຳໃຊ້ເຂົ້າໃນການຟື້ນຟູ ເພື່ອສະເໜີຕໍ່ການນຳ ແລະ ບັນດາຂະແຫນງການກ່ຽວຂັ້ນຂັ້ນສູນກາງ ຊອກຫາແນວທາງໃນການແກ້ໄຂ, ກຳນົດຮູບແບບ, ຂັ້ນຕອນ ແລະ ວິທີການໃນການຈັດຕັ້ງປະຕິບັດ ພ້ອມທັງ ມອບໃຫ້ທຸກພາກສ່ວນ ລວມທັງບັນດາເມືອງ ແລະ ຂະ ແໜງການ ສືບຕໍ່ຈັດຕັ້ງປະຕິບັດໃນການແກ້ໄຂ ແລະ ຟື້ນຟູ ໃຫ້ສຳເລັດຕາມລະດັບຄາດໝາຍ.

ກອງປະຊຸມ, ໄດ້ລາຍງານສະພາບລວມກ່ຽວກັບ ຄວາມເສຍຫາຍທີ່ເກີດຈາກໄພນ້ຳຖ້ວມໂດຍລວມ ທົ່ວແຂວງອຸດົມໄຊ ເພື່ອເປັນບ່ອນອີງໃຫ້ແກ່ຜູ້ແທນກອງປະຊຸມ ໃນການປະກອບຄຳເຫັນ ກ່ຽວກັບຮູບແບບ, ແນວທາງໃນການຈັດຕັ້ງປະຕິບັດການຟື້ນຟູໄພພິບັດທີ່ເກີດຂຶ້ນໃນຄັ້ງນີ້ ໃຫ້ມີປະສິດທິພາບ ແລະ ມີຜົນສຳເລັດຕາມລະດັບຄາດໝາຍ, ໄພພິບັດດັ່ງກ່າວ ເກີດຈາກພາຍຸລະດູຮ້ອນ ມາອອນ ທີ່ພັດຜ່ານແຂວງອຸດົມໄຊ ເຮັດໃຫ້ເກີດມີຝົນຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງ ເຮັດໃຫ້ເກີດມີນ້ຳປ່າໄຫລຊຸ ແລະ ນ້ຳສາຍຕ່າງໆ ມີລະດັບນ້ຳເພີ່ມຂຶ້ນຢ່າງໄວວາ ແລະ ໄຫລເຂົ້າຖ້ວມບ້ານ, ເຮືອນຂອງປະຊາຊົນ ໂດຍໄດ້ສ້າງຜົນກະທົບ ແລະ ຄວາມເສຍຫາຍ 6 ເມືອງຄື: ເມືອງໄຊ, ເມືອງຫລາ, ນາໝໍ້, ເມືອງງາ, ເມືອງແບງ ແລະ ເມືອງຮຸນ, ໃນນີ້ ເສຍຫາຍໜັກໜ່ວງປະກອບມີ ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້, ພື້ນຖານໂຄ່ງລາງ, ຊີວິດ, ຊັບສິນ, ເຮືອນຊານບ້ານຊ່ອງ, ສັດ ລ້ຽງ, ເນື້ອທີ່ທຳການຜະລິດ, ເສັ້ນທາງ, ໄຟຟ້າ, ນ້ຳປະປາ, ໂຮງຮຽນ, ໂຮງໝໍ, ລະບົບ ການສື່ສານ ແລະ ອື່ນໆ ໄດ້ຮັບຄວາມເປເພ່ເສຍຫາຍ ແລະ ໃຊ້ການບໍ່ໄດ້, ປະເມີນມູນຄ່າ ຄວາມເສຍຫາຍທັງໝົດ ປະມານ 244 ຕື້ກວ່າກີບ.

ຈາກນັ້ນ, ຕາງໜ້າການນໍາເມືອງ ທີ່ໄດ້ຮັບຜົນກະທົບຫນັກ ຈາກໄພພິບັດນໍ້າຖ້ວມ ໃນຄັ້ງນີ້ ໄດ້ລາຍງານສະພາບລວມກ່ຽວກັບ ການຊ່ວຍເຫລືອ, ບັນເທົ່າທຸກໃຫ້ແກ່ປະ ຊາຊົນທີ່ໄດ້ຮັບຜົນກະທົບ ໃນເບື້ອງຕົ້ນ ແລະ ຄວາມຄືບໜ້າ ກໍຄື ທິດທາງແຜນການ ໃນການຟື້ນຟູ ຜົນກະທົບຈາກໄພນ້ຳຖ້ວມ ສະເພາະໜ້າ ແລະ ຍາວນານ, ລວມທັງບັນດາຂະແໜງການກ່ຽວຂ້ອງ ກໍໄດ້ລາຍງານກ່ຽວກັບການແກ້ໄຂ ວຽກງານຈຳເປັນບາງດ້ານ ເປັນຕົ້ນ ທີ່ຢູ່ອາໄສ, ລະບົບໄຟຟ້າ, ລະບົບການສື່ສານ, ເສັ້ນທາງ, ຊົນລະປະທານ ແລະ ອື່ນໆ.

ຂ່າວ: ຄານມະນີ

error: Content is protected !!