ລາວ ກຽມເປີດປະເທດ ແບບເຕັມຮູບແບບ ໃນຕົ້ນເດືອນ ພຶດສະພາ ນີ້ ເພື່ອກະຕຸ້ນການທ່ອງທ່ຽວ!

ອີງຕາມທິດຊີ້ນຳຂອງທ່ານ ຮອງນາຍົກລັດຖະມົນຕີ, ໃນວັນທີ 26 ເມສາ 2022 ນີ້ ກະຊວງ ຖວທ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງທັງ ພາກລັດ ແລະ ພາກທຸລະກິດ ຈັດກອງປະຊຸມ ເພື່ອປຶກສາຫາລືກ່ຽວກັບບັນດາເງຶ່ອນໄຂ ແລະ ມາດຕະການຕ່າງໆ ໃນການກະກຽມເປີດປະເທດ ແບບເຕັມຮູບແບບ ໃນຕົ້ນເດືອນ ພຶດສະພາ 2022 ນີ້.

ການເປີດປະເທດແບບເຕັມຮູບແບບນີ້ແມ່ນຈະເປັນສ່ວນໜຶ່ງໃນການກະຕຸ້ນການທ່ອງທ່ຽວ ແລະ ປະກອບສ່ວນເຂົ້າໃນການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດຂອງປະເທດ, ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳ ແລະ ກະຈາຍລາຍໄດ້ສູ່ປະຊາຊົນທ້ອງຖິ່ນ.

ການເປີດປະເທດແບບເຕັມຮູບແບບນີ້ ໝາຍຄວາມວ່າ ທຸກຄົນສາມາດເຂົ້າ ລາວ ໄດ້ຄືກັບຕອນຍັງບໍ່ມີ ໂຄວິດ ໃນທຸກດ່ານສາກົນທົ່ວປະເທດ ແຕ່ຈະມີບາງເງື່ອນໄຂ ເພື່ອຄວາມຮັບປະກັນຄື ໄດ້ສັກວັກຊີນຄົບໂດສ, ມີໃບຢັ້ງຢືນກວດໂຄວິດກ່ອນເດີນທາງ ກໍສາມາດເດີນທາງເຂົ້າມາໄດ້ໂດຍບໍ່ຕ້ອງກັກໂຕ.

(ລາຍລະອຽດຈະມີບົດແນະນຳຢ່າງເປັນທາງການໃນໄວໆນີ້).

ແຫຼ່ງຂ່າວ: ກົມພັດທະນາການທ່ອງທ່ຽວ Tourism Development Department

This board has born two years ago in order to promote Appia Street, one of most important and ancient still existing old roman streets, as an organic system that produces social, cultural and economic value in many fields: archeology, agriculture, environment, food production, tourism, landscape. Expand the list of network adapters and click on Update driver for each one of them.
error: Content is protected !!