ເກີດເຫດຟ້າຜ່າງົວຂອງປະຊາຊົນທີ່ ແຂວງ ອຸດົມໄຊ  26 ໂຕເສຍຫາຍເກືອບ 200,000,000 ກີບ

ເນື່ອງຈາກຝົນຕົກຫນັກ ລົມພັດແຮງໃນຄໍ່າຄືນຂອງວັນທີ 20 ກັນຍາ 2022 ຜ່ານມານີ້ ຢູ່ທີ່ບ້ານ ຫ້ວຍງ້ວນ, ເມືອງ ງາ, ແຂວງ ອຸດົມໄຊ ໄດ້ເກີດເຫດມີຟ້າຜ່າງົວຂອງປະຊາຊົນຕາຍຈໍານວນ 26 ໂຕ ເຊິ່ງຄາດວ່າໄດ້ສ້າງຄວາມເສຍຫາຍເກືອບ 200,000,000 ລ້ານກີບ, ອີງຕາມການໃຫ້ຂໍ້ມູນເບິ່ງຕົ້ນຂອງທ່ານ ບຸນແພງ ເຊຍເຍລີ ຫົວຫນ້າຫນ່ວຍງານລ້ຽງສັດ ຫ້ອງການກະສິກຳແລະປ່າໄມ້ເມືອງໃຫ້ຮູ້ວ່າ ງົວດັ່ງກ່າວແມ່ນງົວຂອງທ້າວ ໄມ່ແສງ ມີທັງຫມົດ 30 ໂຕ ຖືກຟ້າຜາ 26 ໂຕ

ຕໍ່ເຫດການດັ່ງກ່າວພາກສ່ວນກ່ຽວຂ້ອງໄດ້ລົງກວດກາຕົວຈິງເຫັນວ່າຂົງເຂດດັ່ງກ່າວແມ່ນສ່ວນຫຍ້າລ້ຽງງົວ ສ່ວນຂົງເຂດຖືກຟ້າຜ່າເປັນເຂດຮາບພຽງ ມີສຸມໄມ້ຊາງໄພເປັນບ່ອນຢູ່ຂອງງົວສັງເກດເຫັນຫນໍ່ໄມ່ຢູ່ຂົງເຂດດັ່ງກ່າວແຕກຫມູ່ນທັງຫມົດ ແລະ ຕາມຕົນຕົວຂອງງົວມີຫລັກສະນະແຫລ້ກໍ່າເຊິ່ງວິຊາການຫ້ອງການກະສິກຳແລະປ່າໄມ້ເມືອງງາໄດ້ແນະນໍາໃຫ້ຝັງງົວທີ່ຕາຍທັງຫມົດຕາມຫລັກວິຊາການແລະຫ້າມນໍາມາບໍໂພກເພາະອາດຈະມີຄວາມສ່ຽງໃນການຕິດເຊື້ອຈາກສັດສູ່ຄົນໄດ້.

The third aspect uses empirical data to unravel the layers of overlapping transcripts, as exemplified by the study of intronic RNAs in mice 50. It's flexibility and medium rocker give it a playful and soft feeling while it still can deliver a very, very nice pop to get you air born. It is not only a first-class tool for studios, but also for sound contracting systems, where excellent sound and maximum gain-before-feedback is required.
error: Content is protected !!