ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 21 ກັນຍາທີ່ຜ່ານມານີ້, ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການອົງການສະຫະປະຊາຊາດ (UN) ໄດ້ກ່າວໃນຖະແຫຼງການເປີດເວທີການອະທິປາຍທົ່ວໄປຂອງກອງປະຊຸມສະມັດຊາສະຫະປະຊາຊາດ (UNGA) ສະໄໝສາມັນຄັ້ງທີ 77 ວ່າ ວິກິດການຫຼາຍຢ່າງທີ່ໂລກກຳລັງປະເຊີນຢູ່ໃນປັດຈຸບັນມີຄວາມຮຸນແຮງເພີ່ມຂຶ້ນຢ່າງຕໍ່ເນື່ອງສົ່ງຜົນໃຫ້ຂະບວນການຂັບເຄື່ອນທັງໝົດຕົກຢູ່ໃນອັນຕະລາຍ ແລະ ເປັນອຳມະພາດ.

ທ່ານ ກູເຕີເຣສ ກ່າວວ່າ ຈຸດຢືນດ້ານພູມສາດການເມືອງຂອງແຕ່ລະປະເທດມີການແບ່ງແຍກຢ່າງຊັດເຈນຫຼາຍຂຶ້ນ ມີຜົນກະທົບຢ່າງໜັກຕໍ່ການເຮັດວຽກຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ກົດໝາຍສາກົນ ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ສະຖາບັນທາງປະຊາທິປະໄຕ ແລະ ຮູບແບບຂອງການຮ່ວມມືສາກົນ. ນອກນີ້, ທ່ານ ກູເຕີເຣສ ຍັງໄດ້ຮຽກຮ້ອງໃຫ້ທຸກປະເທດທົ່ວໂລກຮ່ວມມືກັນປົກປ້ອງການຮ່ວມມືສາກົນແບບພະຫຸພາຄີທີ່ເປີດກວ້າງຍອມຮັບຄວາມຄິດທີ່ແຕກຕ່າງດ້ວຍການເຄົາລົບຊຶ່ງກັນ ແລະ ກັນ. ເຖິງຢ່າງໃດກໍຕາມ, ທ່ານ ກູເຕີເຣສ ຍັງເນັ້ນວ່າ ເຖິງເວລາແລ້ວທີ່ຈຳເປັນຕ້ອງມີການທົບທວນ ແລະ ປະຕິບັດຢ່າງຈິງຈັງຕໍ່ລະບຽບໂລກທີ່ຈັດຂຶ້ນຫຼັງຈາກສົງຄາມໂລກຄັ້ງທີສອງ.
The belief, that honey is a nutrient, drug and an ointment has been carried into our days. Release years by system : — WonderSwan Color 10 46. Sports Brizi Toronto, Canada Brizi automates and monetizes fan content in stadiums.