ລາຄາສິນຄ້າເພີ່ມ​ຂຶ້ນ​ສູງ ເຮັດໃຫ້ການຟື້ນຕົວເສດຖະກິດຂອງ ລາວ ຊ້າລົງ

ທະນາຄານ​ພັດທະນາ ເອເຊຍ (ADB) ​ໄດ້​ອອກ​ບົດ​ລາຍ​ງານ ລະ​ບຸ​ວ່າ: ການ​ຟື້ນ​ຕົວທາງດ້ານ​ເສດຖະກິດ​ຂອງ​ ສປປ ລາວ ຄາດ​ວ່າ​ຈະ​ຊ້າ​ກວ່າ​ທີ່ໄດ້ຄາດ​ຄະ​ເນໄວ້​ໃນ​ ເດືອນ ເມສາ 2022, ເນື່ອງ​ຈາກ​ບັນ​ຫາ​ການ​ສະໜອງ ​ແລະ ລາຄາ​ສິນຄ້າ​ທີ່​ເພີ່ມ​ສູງຂຶ້ນ ​ເຊິ່ງໄດ້​ເຮັດ​ໃຫ້​​ສ້າງຄວາມ​ກົດ​ດັນ​ໃຫ້​ແກ່​ອັດ​ຕາເງິນ​ເຟີ້​ເພີ່ມ​ຂຶ້ນ.

ບົດລາຍງານການຄາດ​ຄະ​ເນ​ການ​ພັດ​ທະ​ນາຂອງ​ອາ​ຊີ 2022 ສະບັບປັບປຸງ, ໄດ້ປັບ​ຫຼຸດ​ອັດຕາການ​ຄາດ​ຄະ​ເນ​ການ​ເຕີບ​ໂຕໂດຍລວມ ​ຂອງ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (ຈີດີພີ) ໃນ​ປີ 2022 ລົງ​ມາຢູ່​ລະ​ດັບ 2,5% ຈາກ​ການຄາດ​ຄະ​ເນໄວ້​ກ່ອນ​ໜ້າ​ນີ້ທີ່ 3,4% ແລະ ປັບລົງມາທີ່ 3,5% ຈາກ 3,7% ສໍາລັບປີ 2023.

ທັງ​ນີ້ ທຸລະກິດສ່ວນໃຫຍ່ໄດ້ກັບ​ຄືນສູ່​ສະພາບການ​ດຳ​ເນີນ​ງານ​ເປັນ​ປົກ​ກະ​ຕິ​ໃນ​ເຄິ່ງ​ປີ​ທຳ​ອິດ, ນັກ​ທ່ອງ​ທ່ຽວ​ສາ​ກົນ​ໄດ້​ເລີ່ມເຂົ້າມາ​ເພີ່ມ​ຂຶ້ນ. ​ແນວ​ໃດ​ກໍ​ດີ, ລາຄາ​ທີ່​ມີການຜັນ​ແປ ​ໂດຍ​ສະ​ເພາະ​ແມ່ນລາຄານໍ້າມັນ ​ໄດ້ເຮັດໃຫ້​ຄ່າ​ຄອງ​ຊີບ​ເພີ່ມສູງຂຶ້ນ, ສົ່ງ​ຜົນ​ໃຫ້​ກະ​ທົບ​ຕໍ່​ການ​ຊົມ​ໃຊ້​ພາຍ​ໃນ​ປະ​ເທດ​ຫຼຸດ​ລົງ. ການເພີ່ມຂຶ້ນກະທັນຫັນຂອງລາຄາປຸ໋ຍ, ອາຫານສັດ, ອາຫານ, ແລະ ນໍ້າມັນເຊື້ອໄຟ ໄດ້ຂັດຂວາງກິດຈະກໍາທາງດ້ານກະສິກໍາ ແລະ ການຜະລິດ. ທ່າ​ອ່ຽງ​ເຫຼົ່າ​ນີ້​ ເຮັດ​ໃຫ້​ເສດຖະກິດ​ຟື້ນ​ຕົວ​ຊ້າ​ລົງ.

ທ່ານ ນາງ ໂຊໂນມິ ທະນາກະ, ຜູ້ຕາງໜ້າ ADB ປະຈໍາ​​ ສປປ ລາວ ໄດ້ກ່າວວ່າ: “ລາຄາ​ສິນ​ຄ້າທີ່​ເພີ່ມສູງຂຶ້ນ ກຳ​ລັງຂົ່ມຂູ່ຕໍ່ຄວາມສະຫວັດດີພາບຂອງບັນດາຄົວເຮືອນໃນ ສປປ ລາວ, ໂດຍສະເພາະຄອບຄົວທີ່ທຸກຍາກ, ເຮັດໃຫ້ເກີດຄວາມສ່ຽງຕໍ່ຄວາມປອດໄພດ້ານສະບຽງອາຫານ ແລະ ໂພຊະນາການຂອງຄອບຄົວ”.

ທ່ານໃຫ້ຮູ້ຕື່ມອີກວ່າ: “ບັນ​ຫາ​ເຫຼົ່າ​ນີ້ ກຳ​ລັງ​ສ້າງ​ສິ່ງ​ທ້າ​ທາຍ ​ບໍ່​ພຽງ​ແຕ່​​ຕໍ່ປະ​ຊາ​ຊົນ​ເທົ່າ​ນັ້ນ, ແຕ່ຍັງຕໍ່ກັບການ​ເງິນຂອງ​ພາກ​ລັດ​ອີກ​ດ້ວຍ. ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໄດ້​ດີ, ໄປພ້ອມ​ກັບ​ການ​ແຊກ​ແຊງ​ ເພື່ອ​ປົກ​ປ້ອງ​ກຳ​ລັງ​ຊື້, ແມ່ນ​ຈຳ​ເປັນ​ເພື່ອ​ຟື້ນ​ຄວາມ​ໝັ້ນ​ໃຈ​ຂອງ​ຕະ​ຫຼາດ.”

ອັດຕາ​ເງິນ​ເຟີ້ໃນ​ ເດືອນ​ສິງຫາ​ເພີ່ມຂຶ້ນສູ່ລະດັບ​ສູງ​ສຸດ​ໃນ​ຮອບ 22 ປີ ຢູ່ທີ່ 30%, ຊຶ່ງອັດຕາ​ເງິນ​ເຟີ້ສະເລ່ຍ​ແມ່ນ 15.5% ​ໃນ 8 ​ເດືອນ​ທຳ​ອິດຂອງປີ. ລາຄານໍ້າມັນເຊື້ອໄຟທີ່ຖືກຄຸ້ມຄອງ ໄດ້ເພີ່ມຂຶ້ນຫຼາຍເທົ່າຈາກ ເດືອນມັງກອນ ຫາ ເດືອນກັນຍາ, ເຊິ່ງເຮັດໃຫ້ລາຄານໍ້າມັນກາຊວນເພີ່ມຂຶ້ນ 90.3% ແລະ ລາຄານໍ້າມັນແອັດຊັງເພີ່ມຂຶ້ນ 62.3%. ຄຽງຄູ່ກັນນັ້ນ, ຄ່າເງິນກີບຫຼຸດລົງໜຶ່ງສ່ວນສາມ ເມື່ອທຽບກັບເງິນໂດລາສະຫະລັດ ແລະ ເງິນບາດໄທ ນັບແຕ່ເດືອນມັງກອນຫາເດືອນສິງຫາ. ຄາດ​ຄະ​ເນ​ວ່າ ອັັດຕາ​ເງິນ​ເຟີ້​ຈະປັບ​ຂຶ້ນ​ສູງ​ຮອດ 17.0% ​ໃນ​ປີ 2022 ເນື່ອງຈາກ​ລາຄາ​ນ້ຳມັນ​ທີ່​ເພີ່ມຂຶ້ນສູງ​ກວ່າ​ທີ່​ຄາດ​ໄວ້ ​ແລະ ການອ່ອນຄ່າ​ຂອງເງິນ​ກີບ​. ໃນ​ຂະນະ​ດຽວ​ກັນ, ໜີ້​ສິນ​ສາທາລະນະ ແລະ ​ໜີ້​ທີ່ພາກ​ລັດ​ຄ້ຳ​ປະ​ກັນ,​ ສ່ວນ​ໃຫຍ່​ແມ່ນ​ໜີ້ຕ່າງປະເທດ ຢູ່​ໃນ​ລະ​ດັບ​ສູງ ເມື່ອ​ທຽບ​ໃສ່ຈີດີພີ.

ຂໍ້ມູນຂ່າວ: ADB

error: Content is protected !!