UN ເຕືອນ ການສຶກສາທົ່ວໂລກຈະກາຍເປັນໂຕແບ່ງແຍກຄັ້ງໃຫຍ່

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 20 ກັນຍາ, ທ່ານ ອັນໂຕນິໂອ ກູເຕີເຣສ (António Guterres) ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ (UN) ກ່າວເຕືອນວ່າ ການສຶກສາທີ່ບໍ່ເທົ່າທຽມ ສາມາດແບ່ງໂລກອອກໄດ້ຢ່າງວ່ອງໄວ ແລະ ຕ້ອງການຮັກສາການພັດທະນາໃນວາລະກອງປະຊຸມກ່ອນກອງປະຊຸມຂອງການທູດ ຊຶ່ງເນັ້ນໄປທີ່ວິກິດຕ່າງໆທົ່ວໂລກ.

ທ່ານ ກູເຕີເຣສ ໄດ້ຮຽກຮ້ອງໃຫ້ມີກອງປະຊຸມສຸດຍອດວາລະພິເສດດ້ານການສຶກສາໜຶ່ງວັນກ່ອນທີ່ບັນດາຜູ້ນຳໂລກຈະຮ່ວມປະຊຸມໃນກອງປະຊຸມສະມັດຊາສະຫະປະຊາຊາດ (UNGA) ສະໄໝສາມັນ ຊຶ່ງທ່ານກ່າວວ່າ ການສຶກສາຢູ່ໃນພາວະວິກິດແທນທີ່ຈະເປັນໂຕເປີດທາງທີ່ດີມັນກັບກາຍເປັນການແບ່ງແຍກຄັ້ງໃຫຍ່ຢ່າງວ່ອງໄວ. ທັງນີ້, ທ່ານ ກູເຕີເຣສ ໄດ້ກ່າວເຕືອນວ່າ ການແຜ່ລະບາດຂອງພະຍາດ ໂຄວິດ-19 ສົ່ງຜົນກະທົບຮ້າຍແຮງຕໍ່ການຮຽນຮູ້ ໂດຍສະເພາະການເສຍປຽບໃນກຸ່ມນັກຮຽນທີ່ທຸກຍາກຂາດແຄນເຕັກໂນໂລຊີ ແລະ ຂໍ້ຂັດແຍ້ງຕ່າງໆ ຍັງສົ່ງຜົນເພີ່ມເຕີມຕໍ່ໂຮງຮຽນຫຼາຍແຫ່ງອີກດ້ວຍ. ທ່ານ ກູເຕີເຣສ ຍັງໄດ້ຮຽກຮ້ອງໃຫ້ທຸກປະເທດເນັ້ນຄວາມສຳຄັນຂອງການເພີ່ມຄ່າໃຊ້ຈ່າຍນັກຮຽກລາຍບຸກຄົນ ເຖິງແມ່ນວ່າຈະຢູ່ທ່າມກາງຄຳຖາມ ແລະ ຂໍ້ສົງໄສຈຳນວນຫຼາຍກ່ຽວກັບເສດຖະກິດໂລກກໍຕາມ.

error: Content is protected !!