ຊ່ວງເຮືອທ່າວັດຈັນປີນີ້ ຊີງລາງວັນໂລຂັນ​ ມູນຄ່າ​ 19​ ລ້ານ​ ແລະ​ ເງິນສົດ​ 20​ ລ້ານກີບ​ 

ອີງຕາມຂໍ້ມູນ​ ຄະນະກໍາມະການຈັດງານ ບຸນອອກພັນສາປະວໍລະນາ ແລະ ບູນຊ່ວງເຮືອປະຈໍາປີ 2022 ໄດ້ຖະແຫລງຕໍ່ສື່ມວນຊົນວັນທີ 20​ ກັນຍາ​ນີ້ວ່າ: ກິດຈະກໍາ ການຊ່ວງເຮືອ ໃນວັນທີ 11/10/2022 ຈະຈັດການແຂ່ງຂັນຢູ່ທີ່ທ່າວັດຈັນ ເມືອງ ຈັນທະບູລີ ຈະໄດ້ຊ່ວງເຮືອປະເພນີຍິງ, ປະເພນີຊາຍ, ເຮືອສູດຊາຍ ( ຖ້າຫາກມີນ້ຳຫຼາຍ ), ກໍລະນີມີນ້ໍາໜ້ອຍຈະໄດ້ຍ້າຍໄປແຂ່ງຂັນຢູ່ຕໍ່ໜ້າໂຮງແຮມແລນມາກ.

– ເລີ່ມແຕ່ເວລາ 08:30 ໂມງ ( ຕອນເຊົ້າ ) ເປັນຕົ້ນໄປ ເລີ່ມຊ່ວງເຮືອ, ເວລາ 16:00 ໂມງ ມອບລາງວັນເຮືອຊ່ວງ.

– ຖ້າມີນ້ຳໜ້ອຍ ແມ່ນຈະໄດ້ຈັດການຊ່ວງເຮືອ 12 ສີພາຍ ໃນວັນທີ 10/10/2022 ຢູ່ບຸ່ງ ທີ່ທ່າວັດຈັນ ເມືອງຈັນທະບູລີ ເພື່ອໃຫ້ຖືກຕ້ອງຕາມຮີດຄອງປະເພນີ. ເລີ່ມແຕ່ ເວລາ 9:00 ໂມງ ຮອດ 15 ໂມງ ແມ່ນສຳເລັດການແຂ່ງຂັນ.

ຄາດຄະເນ ຈຳນວນເຮືອເຂົ້າຮ່ວມການແຂ່ງຂັນ ໃນປີ 2022 ນີ້: ປະເພດເຮືອ 12 ສີພາຍ ມີປະມານ 8 ລຳ, ເຮືອປະເພນີ ຍິງ 55 ສີພາຍ ປະມານ 4 ລຳ ແລະ ເຮືອປະເພນີ ຊາຍ 55 ສີພາຍ 10 ລຳ.

ປະເພດຂັນລາງວັນ ແລະ ເງິນສົດ ເຮືອແຕ່ລະປະເພດໄດ້ກຳນົດດັ່ງນີ້: ປະເພດເຮືອ 12 ສີພາຍ:

ລາງວັນທີ 1: ຂັນໂລ 1 ໜ່ວຍ, ມູນຄ່າ 1,850,000 ກີບ, ເງິນສົດ 10,000,000 ກີບ.

ລາງວັນທີ 2: ຂັນໂລ 1 ໜ່ວຍ ມູນຄ່າ 1,850,000 ກີບ, ເງິນສົດ 8,000,000 ກີບ.

ລາງວັນທີ 3: ຂັນໂລ 1 ໜ່ວຍ ມູນຄ່າ 1,850,000 ກີບ, ເງິນສົດ 6,000,000 ກີບ.

ລາງວັນທີ 4: ບໍ່ມີຂັນ ເງິນສົດ 4,000,000 ກີບ.

ປະເພດເຮືອປະເພນີ ຍິງ ແລະ ຊາຍ 55 ສີພາຍ

ລາງວັນທີ 1: ຂັນເງິນ 1 ກິໂລ ມູນຄ່າ 19,700,000 ກີບ, ເງິນສົດ: 20,000,000 ກີບ.

ລາງວັນທີ 2: ຂັນເງິນ 0,75 ກຼາມ​ ມູນຄ່າ 15,250,000 ກີບ, ເງິນສົດ: 15,000,000 ກີບ.

ລາງວັນທີ 3: ຂັນເງິນ​ 0,5 ກຼາມ, ມູນຄ່າ 12,000,000 ກີບ, ເງິນສົດ: 10,000,000 ກີບ.

ລາງວັນທີ 4: ບໍ່ມີຂັນ ເງິນສົດ 6,000,000 ກີບ.

error: Content is protected !!