ລາຍງານສະພາບຄົນໂດດຂົວຂ້າມນໍ້າຂອງ ລາວ-ຍີ່ປຸ່ນ ນາງ ອີນແຕ່ງ ແກ້ວບົວລາ

ອີງຕາມການກວດກາລົງເອົາຂໍ້ມູນຕົວຈິງຂອງກໍາລັງປະຈໍາການກອງຮ້ອຍປ້ອງກັນທີ່ຕັ້ງໄດ້ໃຫ້ຮູ້ວ່າ: ໃນເວລາ 10:25 ນາທີ ຂອງວັນທີ 19/09/2082 ຢູ່ຈຸດຂົວຂ້າມນໍ້າຂອງ ລາວ-ຍີ່ປຸ່ນ ໄດ້ມີຄົນມາ ໂດດຂົວ ເບື້ອງຕົ້ນເຈົ້າຫນ້າທີ່ເຮົາໄດ້ຮັບແຈ້ງຈາກພົນລະເມືອງດີ ວ່າມີຄົນໂດດຂົວເປັນເພດຍິງ ຫຼັງຈາກນັ້ນ ເຈົ້າຫນ້າທີ່ຈິ່ງຮີບຮ້ອນລົງໄປກວດກາສະຖານທີ່ເກີດເຫດເມື່ອໄປຮອດຈຸດເກີດເຫດ ຈິ່ງໄດ້ພົບເຫັນລົດເກັງ ຍີ່ຫໍ້ ເສບໂດເຫຼັກ ສີດໍາ ຫມາຍເລກທະບຽນ ຈໍາປາສັກ ກຂ 1125 ປ້າຍເຫຼືອງ 01 ຄັນ ຈອດຢູ່ກາງຂົວ ສ່ວນຜູ້ຂັບມາແມ່ນໄດ້ໂດດລົງນ້ໍາ ເພື່ອຫວັງຂ້າໂຕຕາຍ ເຈົ້າຫນ້າທີ່ເຮົາຈິ່ງໄດ້ໄປຮ້ອງຂໍຄວາມຊ່ວຍເຫຼືອຈາກ ປະຊາຊົນທີ່ກໍາລັງຫາປາຢູ່ຜົ້ງປາກເຊ ຈິ່ງໄດ້ອອກໄປຄົ້ນຫາແຕ່ບໍ່ເຫັນ ເຈົ້າຫນ້າທີ່ເຮົາຈິ່ງໄດ້ປະສານຫາກູ້ໄພ ເພື່ອມາສືບຕໍ່ຊອກຫາ ສ່ວນພາຫະນະ ແມ່ນຮັກສາໄວ້ຢູ່ຫ້ອງການກອງຮ້ອຍປ້ອງກັນທີ່ຕັ້ງ.

ຜ່ານການສອບຖາມນໍາຄອບຄົວຜູ້ກ່ຽວຈີງຮູ້ວ່າຜູ້ທີ່ມາໂດດຂົວຊື່ ນາງ ອີນແຕ່ງ ແກ້ວບົວລາ ອາຍຸ 30 ປີ ອາຊີບ ຊາວນາ ປັດຈຸບັນຢູ່ ບ້ານ ຄັນແຍງ, ເມືອງ ໂພນທອງ, ແຂວງ ຈໍາປາສັກ ແຮງຈູງໃຈແມ່ນບໍ່ ສາມາດຮູ້ຂໍ້ມູນ

– ຊື່ ພໍ່ ທ້າວ ບຸນທອງ ແກ້ວບົວລາ 61 ປີ ບ້ານ ຄັນແຍງ, ເມືອງ ໂພນທອງ, ແຂວງ ຈໍາປາສັກ.

– ຊື່ ແມ່ ນາງ ເພັງ ແກ້ວບົວລາ 63 ປີ ບ້ານ ຄັນແຍງ. ເມືອງ ໂພນທອງ. ແຂວງ ຈໍາປາສັກ, ສ່ວນກໍາລັງເຈົ້າຫນ້າທີ່ເຮົາແມ່ນໄດ້ສົມທົບກັບປະຊາຊົນ ເພື່ອສືບຕໍ່ຊອກຫາແຕ່ຍັງບໍ່ທັນເຫັນເທື່ອ.

error: Content is protected !!