
ງານບຸນແຫ່ທຸງປະຈຈຳຊາດບັນດາປະເທດໃນໂລກ ຄັ້ງທີ 17 ປະຈຳປີ 2022 ຫລືເອີ້ນເປັນພາສາຝຣັ່ງ ລາເຟດເຕີເດບານແຍກດູຍມົງເດີ (la Fête des bannières du monde ) ທີ່ ເມືອງ ລີຢົງ, ປະເທດຝຣັ່ງ ໄດ້ຈັດຂື້ນໃນວັນທີ 17 ກັນຍາ, ສຳລັບປີນີ້ມີ 29 ປະເທດເຂົ້າຮ່ວມຄື້: ເບຣຊີນ, ອາມາຊອນ, ກຸຍບາ, ເວເນຊູເອລາ, ໂບລີເວຍ, ເປລູ, ເມັກຊີກໂກ, ກົວເດີລຸກ, ໂປລີເນເນຊີ, ມາລີ, ມາດາກັດກາ, ຝຣັ່ງ, ຢູເຄຣນ, ສາທາລະນະລັດ ເບລາລຸດ, ຣູມານີ, ໂມນດາວີ, ບຸນກາລີ, ໂປໂລຍ, ຊີລີ, ຍີ່ປຸ່ນ, ຟີລີບປີນ, ອິນໂດເນເຊຍ, ຫວຽດນາມ, ກຳປູເຈຍ, ລາວ, ໄທ, ອີນເດຍ ແລະ ຈີນ.

ໃນປີທີ່ຜ່ານມາໄດ້ມີການຈັດບຸນກົງສຸນແລກປະສົມກັບບຸນແຫ່ງທຸງປະຈຳຊາດ. ແຕ່ສຳລັບປີນີ້ຈັດງານກົງສຸນແລກຕ່າງຫາກ, ສຳລັບງານບຸນແຫ່ທຸງປະຈຳຊາດບັນດາປະເທດໃນໂລກນີ້ ເພື່ອໃຫ້ແຕ່ລະປະເທດທີ່ເຂົ້າຮ່ວມໄດ້ສະແດງວັດທະນະທຳ, ຮີດຄອງປະເພນີຂອງແຕ່ລະປະເທດ ແລະ ເດີນຂະບວນແຫ່ທຸງຊາດພ້ອມດ້ວຍສຽງຮ້ອງເພງເຕັ້ນລຳເປັນເອກະລັກຂອງແຕ່ລະປະເທດ.

ສຳລັບປີນີ້ຂະບວນແຫ່ທຸງຊາດຂອງປະເທດລາວນຳໂດຍ ທ່ານ ໂອສະກະ ລາດຊະພົນ, ທີ່ປຶກສາທູດແຫ່ງ ສປປ ລາວປະຈຳປະເທດຝຣັ່ງ, ທ່ານ ຈູມຄຳ ຫລວງວັນ, ກຳມະການສູນກາງ ແນວລາວສ້າງຊາດທີ່ປະເທດຝຣັ່ງ ແລະ ປະທານຄົນລາວທີ່ປະເທດຝຣັ່ງ, ພ້ອມດ້ວຍຄົນລາວທີ່ອາໃສຢູ່ປະເທດຝຣັ່ງເປັນຈຳນວນຫຼວງຫຼາຍ.
ສຳລັບການແຫ່ທຸງຊາດ ລາວ ເຮົານີ້ ແມ່ນຄວາມພາກພູມໃຈຂອງຄົນລາວທັງປະເທດທີ່ທຸງຊາດລາວ ໂບກສະບັດປິວໄປທົ່ວເມືອງ ລີຢົງ ແລະ ເຜີຍແຜ່ຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດເຊັ່ນ ຜູ້ຊາຍໃສ່ເສື້ອໄໝ, ຜູ່ຍິງໃສ່ສິ້ນໄໝ, ເກົ້າຜົມບ່ຽງແພ ແລະ ຂັບລຳຮ້ອງເພງລາວ, ຟ້ອນລຳວົງ ທີ່ເຕັມໄປດ້ວຍບັນຍາກາດທີ່ຄຶກຄື້ນມ່ວນຊື່ນ ແລະ ໄດ້ຮັບຄວາມສົນໃຈຈາກຊາວຕ່າງຊາດເປັນຈຳນວນຫລວງຫລາຍ.
