ອິນແຕ່ງ ແກ້ວບົວລາ ນັກຮ້ອງ-ໝໍລຳ ຊື່ດັງ ຫາຍໂຕໄປພ້ອມຂໍ້ຄວາມອຳລາ…

ນັກຮ້ອງສາວ ອິນແຕ່ງ ແກ້ວບົວລາ ນັກຮ້ອງ-ໝໍລຳ ດັງ ຫາຍໂຕໄປພ້ອມຂໍ້ຄວາມອຳລາ ໃນເວລາປະມານ 12:00 ຂອງມື້ນີ້ 19 ກັນຍາ 2022

ໂດຍໂພສຂໍ້ຄວາມລົງເພຈສ່ວນຕົວວ່າ: “ລູກຂໍໂທດເດີ ພໍ່ ແລະ ແມ່ທັງສອງ ໃນສິ່ງທີ່ເຮັດຜິດພາດໄປ ມັນໜັກເເຮງແລ້ວ ບໍ່ມີປັນຍາບໍ່ມີຄວາມສາມາດໃຊ້ເເລ້ວ

ຂໍໂທດນຳອ້າຍ ພີ່ເອອື້ຍ ຫຼານໆ ເບິ່ງແຍງໂຕເອງດີດີເດີ

ຂໍໂທດອ້າຍ ໝູ່ ທຸກຄົນທີ່ເເຕ່ງໄປລົບກວນສ້າງຄວາມເດືອດຮ້ອນໃຫ້

ຂໍໂທດທີມງານທຸກຄົນທີ່ຫວັງເພິ່ງວຽກງານນຳ ຂໍໃຫ້ພວກເຈົ້າສູ້ຊົນອົດທົນຕໍ່ສູ້ຊີວິດເດີ

ຂໍໂທດນຳເຈົ້າໜີ້ທຸກຄົນ ທີ່ເເຕ່ງໄປຢືມໄປກູ້ມາ

ສ່ວນລູກໜີ້ທີ່ກູ້ຢືມໄປ ຂໍໃຫ້ພວກເຈົ້າມາຈ່າຍຄືນພໍ່ເເມ່ເຮົາເດີ

ທີ່ຮັກຂອງນ້ອງເບິ່ງເເຍງຕົວເອງດີດີເດີ ເມຍທົນຢູ່ຕໍ່ໄປບໍ່ໄດ້ເເລ້ວ ເມຍຮັກເຈົ້າເດີ

ພໍ່ເອີ້ຍ ເເມ່ເອີ້ຍ ລູກຂໍໂທດ

ຂໍທຸກຄົນອະໂຫສີກຳໃຫ້ອິນເເຕ່ງແນ່ເດີ”

ແລະຫລ້າສຸດມີຄົນເຫັນເຫດການວ່າຜູ້ກ່ຽວແມ່ນໄດ້ໂດດລົງນ້ຳຂອງແລ້ວ ແລະຍັງບໍ່ຮູ້ວ່າເປັນແນວໃດ ລໍຖ້າຕິດຕາມລາຍງານຈາກເຈົ້າໜ້າທີ່ເພີ່ມຕື່ມ

ປັດຈຸບັນທີມກູ້ໄພກຳລັງເລັ່ງຄົ້ນຫາ.

error: Content is protected !!