
ເຈົ້າໜ້າທີ່ ປກສ ເມືອງ ຄຳເກີດ, ແຂວງ ບໍລິຄຳໄຊ ຈັບຕົວບ່າວຫລໍ່-ສາວງາມ ຈັດປາຕີ້ຢາເສບຕິດ ໄດ້ 11 ຄົນ ຍິງ 5 ຄົນ.
ເຈົ້າຫນ້າທີ່ ໃຫ້ຂໍ້ມູນວ່າ : ໃນວັນທີ 13 ກັນຍາ 2022 ປກສ ເມືອງ ຄຳເກີດ ໄດ້ລົງປະຕິບັດໜ້າທີ່ ແລະ ລົງກວດກາຕາມສະຖານບັນເທິງຕ່າງໆ ແລະ ໄດ້ຈັບກຸມບັນດານັກດື່ມທີ່ດື່ມເກີນກຳນົດເວລາ ແລະ ມີການມົ່ວສຸມຢາເສບຕິດ ແລະ ຟີວກາເຟ ຈຳນວນ 11 ຄົນ, ໃນນີ້ ຍິງ 5 ຄົນ.


