ບໍ່ລອດ! ເຈົ້າໜ້າທີ່ພາສີຂົວມິດຕະພາບ I ກວດພົບພ້ອມຢຶດ ເງິນສົດຈໍານວນ 3,6 ລ້ານບາດ ນໍາເຂົ້າ ລາວ

ກວດພົບເຫັນພ້ອມຢຶດເງິນສົດຈໍານວນ 3,6 ລ້ານບາດ (ສະກຸນເງິນປະເທດໄທ) ທີ່ນຳເຂົ້າ ສປປ ລາວ ທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ ແລະ ນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ.

ອີງຕາມການລາຍງານຂອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່ າໃນທ້າຍເດືອນສິງຫາ 2022 ຈະມີບຸກຄົນ 02 ຄົນ, ນໍາໃຊ້ພາຫະນະສ່ວນບຸກຄົນເປັນລົດເກັງຫຍີ່ຫໍ້ Mazda, ໝາຍເລກທະບຽນ ຮຍ 8558 ນໍາເງິນສົດ (ສະກຸນເງິນປະເທດ​ ໄທ) ເຂົ້າມາໃນ ສປປ ລາວ, ຊຶ່ງພາຍຫຼັງຜູ້ກ່ຽວໄດ້ແຈ້ງເອກະສານນໍາຕໍາຫຼວດ ຕມ ປະຈໍາດ່ານແລ້ວ, ເຈົ້າໜ້າທີ່ພາສີໄດ້ສອບຖາມເຈົ້າຂອງພາຫະນະ ແລະ ໄດ້ຂໍອະນຸຍາດກວດກາຕາມລະບຽບການ.

ຜ່ານການກວດກາຕົວຈິງໄດ້ພົບເຫັນເງິນສົດຈໍານວນ 3.600.000 ບາດ ໂດຍຜູ້ນໍາເງິນເຂົ້າມາ ສປປ ລາວ, ໄດ້ຊຸກເຊື່ອງເງິນຈໍານວນ 1,​600 000 ບາດຢູ່ໃນກະເປົາ ແລະ ຈໍານວນ 2,​

000,​000 ບາດ ຊຸກເຊື່ອງຢູ່ໃນຕົນຕົວຂອງຜູ້ກ່ຽວ, ຊຶ່ງເງິນດັ່ງກ່າວແມ່ນບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ, ເຫັນວ່າເປັນການລະະເມີດຕໍ່ກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020 ແລະ ກົດໝາຍອື່ນໆ ແລະ ນິຕິກຳທີ່ກ່ຽວຂ້ອງ.

ດັ່ງນັ້ນ, ເຈົ້າໜ້າທີ່ພາສີປະຈໍາດ່ານຈຶ່ງໄດ້ເຮັດບົດບັນທຶກໃຫ້ການ ສະບັບເລກທີ 648/ພສ.ຂມພ1 ແລະ ບົດບັນທຶກຢຶດສິນຄ້າ, ເຄື່ອງຂອງ ສະບັບເລກທີ 05/ພສ.ຂມພ1, ສ່ວນຂອງກາງເງິນສົດ ແລະ ພາຫະນະແມ່ນຝາກໄວ້ນໍາພະແນກສືບສວນສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ເພື່ອຄວາມປອດໄພຂອງຊັບສິນ ແລະ ດຳເນີນການຕາມລະບຽບ.

ສ່ວນຜູ້ທີ່ນໍາເງິນສົດເຂົ້າມາໃນ ສປປ ລາວ ໄດ້ເຮັດບົດບັນທຶກມອບໃຫ້ເຈົ້າໜ້າທີ່ຕໍາຫຼວດ ຕມ ປະຈໍາດ່ານດໍາເນີນການຕາມພາລະບົດບາດ ແລະ ປະຕິບັດຕາມລະບຽບກົດໝາຍ.

ແຫຼ່ງຂ່າວ: ກະຊວງການເງິນ

error: Content is protected !!