ບ້ານ ເມືອງວັ້ນ ແລະ ບ້ານ ໂຊດ ເມືອງ ແອດ ໄດ້ຮັບຜົນກະທົບຈາກໄພພິບັດ ມູນຄ່າເສຍຫາຍລວມ ເຖິງ 300 ກວ່າລ້ານກີບ 

ເນື່ອງຈາກ ຝົນຕົກໜັກ ຜ່ານມານີ້ ເຮັດໃຫ້ນໍ້າຫ້ວຍຂຶ້ນຫຼາຍ ໄຫຼຖ້ວມບ້ານເຮືອນປະຊາຊົນ ແລະ ສະຖານທີ່ທໍາການຜະລິດ ເຊັ່ນໜອງປາ, ໄຮ່ນາ ສວນ ຂອງປະຊາຊົນ ເສຍຫາຍຢ່າງໜັກໜ່ວງ, ອີງຕາມການສະຫຼຸບລາຍງານຂອງອຳນາດການປົກຄອງ ບ້ານ ເມືອງວັ້ນ ແລະ ບ້ານ ໂຊດ ໃນເບື້ອງຕົ້ນ ວັນທີ 13 ກັນຍາ 2022, ໃຫ້ຮູ້ວ່າ ມູນຄ່າເສຍຫາຍລວມ ເຖິງ 300 ກວ່າລ້ານກີບ. ເຊິ່ງໃນນັ້ນ ບ້ານ ໂຊດ ຖືກຜົນກະທົບຈາກຫ້ວຍນ້ຳໂຊດ ເຮັດໃຫ້ເນື້ອທີ່ນາເສຍຫາຍ 1, 43 ເຮັກຕາ, ໜອງປາ ເຊາະເຈື່ອນ ແລະ ນ້ຳຖ້ວມ 38 ໜ່ວຍ, ຝາຍນາມ່ວງເປ່ເພ (ຄອງເໝືອງເຈື່ອນຂາດ 8 ແມັດ), ລວມມູນຄ່າ ເສຍຫາຍຂອງບ້ານໂຊດ 180 ກວ່າລ້ານກີບ.

ບ້ານ ເມືອງວັ້ນ ເສຍຫາຍຈາກຜົນກະທົບຄັ້ງນີ້ ມີເນື້ອທີ່ນາ 1 ເຮັກຕາ, ບໍ່ສາມາດຟື້ນຟູຄືນ 0, 5 ເຮັກຕາ, ໜອງປາ 6 ໜ່ວຍ, ນອກນີ້ຍັງມີ ເສັ້ນທາງ, ເຮືອນ ແລະ ເຄື່ອງໃຊ້ ປະຊາຊົນ ຈຳນວນ 15 ຄອບຄົວ ເສຍຫາຍໜັກ ມູນຄ່າລວມ 135 ກວ່າລ້ານກີບ, ຜົນກະທົບທີ່ສະຫຼຸບມານີ້ ແມ່ນການລົງເກັບກຳຂໍ້ມູນຕົວຈິງຂອງຄະນະຊີ້ນຳເຂດ ແລະ ອຳນາດການປົກຄອງບ້ານໃນເບື້ອງຕົ້ນ.

ຂໍ້ມູນ:  ຫ້ອງການ ຖວທ ເມືອງ ແອດ

error: Content is protected !!