
ໃນວັນທີ 12/9/2022 ນີ້, ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງ ຫົວພັນ ຜູ້ຊີ້ນຳວຽກງານເສດຖະກິດພ້ອມດ້ວຍທິມງານ ຫົວໜ້າພະແນກ ຍທຂ ແຂວງ, ການນຳເມືອງແອດ ແລະ ຫ້ອງການ ຍທຂ ເມືອງ ແອດ ແຂວງ ຫົວພັນ ໄດ້ລົງກວດກາຜົນກະທົບຈາກໄພພິບັດ ເຮັດໃຫ້ເສັ້ນທາງເປ່ເພ ຢູ່ລະຫວ່າງບ້ານເມືອງ ວັ້ນ – ນາຮີດ ແລະ ບ້ານ ຫາດກູ້ ເມືອງ ແອດ ເພື່ອຂຶ້ນແຜນສ້ອມແປງແກ້ໄຂຢ່າງຮີບດ່ວນ.

ຂໍ້ມູນ: ຫ້ອງການ ຖວທ ເມືອງແອດ
