ທີມນັກວິທະຍາສາດ ແລະ ນັກບູຮານຄະດີນານາຊາດ ທັງຈາກປະເທດຊິລີ ແລະ ອີກຫຼາຍປະເທດໃນ ຢູໂຣບ ຮ່ວມກັນເຜີຍຫຼັກຖານທີ່ຊີ້ວ່າ ແຜ່ນດິນໄຫວຄັ້ງຮຸນແຮງທີ່ສຸດໃນປະຫວັດສາດຂອງມວນມະນຸດ ເທົ່າທີ່ເຄີຍມີການຄົ້ນພົບມາ ໄດ້ແກ່ແຜ່ນດິນໄຫວບໍລິເວນຊາຍຝັ່ງທາງຕອນເໜືອຂອງ ຊິລີ ເມື່ອປະມານ 3,800 ປີກ່ອນ.
ແຜ່ນດິນໄຫວທີ່ມີຂະໜາດ ຫຼື ແມ໊ກນິຈຸດເຖິງ 9.5 ເຮັດໃຫ້ເກີດຄື້ນຍັກສຶນາມິ ເຖິງ 20 ແມັດ ຊັດເຂົ້າຊາຍຝັ່ງຂອງບໍລິເວນດັງກ່າວ, ຄື້ນຍັງຊັດໄປໄກຮອດຝັ່ງຕາເວັນອອກຂອງ ປະເທດນິວຊີແລນ ເຮັດໃຫ້ກ້ອນຫິນໃຫຍ່ຂະໜາດເທົ່າລົດກະບະ ທີ່ຫາດຊາຍ ເຄື່ອນທີ່ຫ່າງຈາກຕໍາແໜ່ງເກົ່າເລິກເຂົ້າໄປໃນແຜ່ນດິນໃຫຍ່ຫຼາຍຮ້ອຍກິໂລແມັດ.
ຄວາມເສຍຫາຍຢ່າງມະຫາສານທີ່ເກີດຂຶ້ນຈາກ ໄພທໍາມະຊາດ ເຮັດໃຫ້ຜູ້ຄົນບໍ່ຫວນກັບມາຕັ້ງຖິ່ນຖານໃນແຖບນັ້ນອີກດົນເຖິງ 1,000 ປີ ແຖມຍັງສ້າງຄວາມປັ່ນປ່ວນຂັດແຍ້ງທາງສັງຄົມ ໃຫ້ກັບຊຸມຊົນພື້ນທີ່ໃກ້ຄຽງ ໃນແຖບທະເລຊາຍ ອາຕາກາມາ (Atacama Desert) ອີກດ້ວຍ.
ກ່ອນໜ້ານີ້ ແຜ່ນດິນໄຫວຄັ້ງໃຫຍ່ສຸດ ທີ່ມີການບັນທຶກໄວ້ໃນປະຫວັດສາດໂລກ ໄດ້ແກ່ ເຫດແຜ່ນດິນໄຫວຂະໜາດ 9.4 ທີ່ເມືອງ ວັນດິເວຍ (Valdivia) ທາງພາກກາງຂອງ ຊິລີ ເມື່ອປີ 1960. ເຫດການນີ້ ເຮັດໃຫ້ເກີດຄື້ນຍັກສຶນາມິແຜ່ໄປທົ່ວມະຫາສະມຸດປາຊີຟິກ ແລະ ມີຜູ້ເສຍຊີວິດໄປປະມານ 6,000 ຄົນ.
ຜົນການສຶກສາທີ່ຕີພິມໃນ ວາລະສານ Science Advances ລະບຸວ່າ ເຫດການນີ້ເກີດຂຶ້ນເມື່ອ 3,800 ປີກ່ອນ ເປັນແຜ່ນດິນໄຫວຊະນິດ ເມກະທຣັສ (Megathrust Earthquake) ຊຶ່ງມີຄວາມຮຸນແຮງຫຼາຍທີ່ສຸດໃນບັນດາແຜນດິນໄຫວທຸກປະເພດ, ມັນເກີດຈາກ ການມຸດຕົວຂອງ ແຜ່ນເປືອກໂລກບາງສ່ວນ ລົງໄປຢູ່ໃຕ້ແຜ່ນເປືອກໂລກອີກແຜ່ນໜຶ່ງ.
ແຮງດັນທີ່ສະສົມລະຫວ່າງການມຸດຕົວເປັນເວລາດົນ ເຮັດໃຫ້ຮອຍເລື່ອນທີ່ມີຄວາມໜາ 1,000 ກິໂລແມັດ ແຕກອອກ ປົດປ່ອຍພະລັງງານໃນຮູບແບບຂອງແຮງສັ່ນສະເທືອນມະຫາສານ ອອກມາໃນທີ່ສຸດ.
ທີມງານວິໄຈຮູ້ເຖິງຄວາມຮຸນແຮງ ແລະ ຊ່ວງເວລາທີ່ເກີດເຫດແຜ່ນດິນໄຫວນີ້ໄດ້ ຫຼັງວິເຄາະຕະກອນດິນ, ຫິນ ແລະ ຊາຍຈາກທ້ອງທະເລ ທີ່ພັດຂຶ້ນໄປຢູ່ຜິດທີ່ຜິດທາງເທິງບົກ, ລວມທັງໃຊ້ໄອໂຊໂທປ ກໍາມັນຕະລັງສີຄາບອນ -14 ກວດຫາອາຍຸຂອງຊາກພືດ ແລະ ສັດທະເລບູຮານ ຊຶ່ງພົບໃນພື້ນທີ່ຫ່າງໄກຫຼາຍ ຈາກຊາຍຝັ່ງ ຈົນໜ້າສົງໄສວ່າ ມັນຖືກຄື້ນຍັກສຶນາມິພັດພາມາໃນເຫດແຜນດິນໄຫວຄັ້ງນັ້ນ.
ທີມນັກບູຮານຄະດີ ຍັງຂຸດພົບກໍາແພງຫິນເກົ່າແກ່ທີ່ມະນຸດກໍ່ຂຶ້ນ ມີຮ່ອງຮອຍການລົ້ມເພພັງ ເພາະຖືກນໍ້າພັດ ໂດຍລົ້ມໄປທິດທາງທີ່ຊື້ວ່າ ມີຄື້ນຊັດມາຈາກຊາຍຝັ່ງທະເລອີກດ້ວຍ.
ຊ່ວງເວລາທີ່ເກີດເຫດແຜ່ນດິນໄຫວ ແລະ ຄື້ນຍັກສຶນາມິນີ້ ສອດຄ່ອງກັບຍຸກສະໄໝທີ່ເກີດຄວາມວຸ່ນວາຍຂັດແຍ້ງ ລະຫວ່າງ ຊົນເຜົ່າໃນທະເລຊາຍອາຕາກາມາ ຊຶ່ງເປັນບໍລິເວນທີ່ຢູ່ບໍ່ໄກຈາກພື້ນທີ່ເກີດໄພທໍາມະຊາດ. ສະນັ້ນ ຈຶ່ງມີຄວາມເປັນໄປໄດ້ວ່າ ຜູ້ຄົນໃນຍຸກນັ້ນ ໄດ້ຮັບຜົນກະທົບທາງສັງຄົມຢ່າງໃຫຍ່ຫຼວງ ຈາກເຫດດັງກ່າວໄປນໍາ ທັງໃນເລື່ອງການໂຍກຍ້າຍຖິ່ນຖານ ແລະ ການແຍ່ງຊີງຊັບພະຍາກອນທີ່ມີຈໍາກັດ.