6 ເດືອນຕົ້ນປີນີ້ ຜົ້ງສາລີ ພັດທະນາໂຄງລ່າງພື້ນຖານຂະຫຍາຍຕົວຫຼາຍດ້ານ

ເພື່ອປະຕິບັດຄາດໝາຍຕາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ (2020-2025) ໃຫ້ປະສົບຜົນສໍາເລັດ, ແຂວງຜົ້ງສາລີ ໄດ້ຕັ້ງໜ້າພັດທະນາໂຄງລ່າງພື້ນຖານຂະຫຍາຍຕົວຫຼາຍດ້ານ.

ໃນ 6 ເດືອນຕົ້ນປີນີ້, ດ້ານການຄົມມະນາຄົມ ແຂວງໄດ້ປັບປຸງຍົກລະດັບບັນດາເສັ້ນທາງສາຍຫຼັກທີ່ເຊື່ອມຕໍ່ກັບຕ່າງແຂວງ ແລະ ຕ່າງປະເທດ ທຽວໄດ້ທັງສອງລະດູ; ກໍ່ສ້າງ-ສ້ອມແປງເສັ້ນທາງຊົນນະບົດໃຫ້ສາມາດສັນຈອນໄປມາ ແລະ ຂົນສົ່ງສິນຄ້າໄດ້ຈໍານວນໜຶ່ງ. ຈັດຜັງບ້ານໃຫຍ່ ແລະ ຜັງຕົວເມືອງນ້ອຍໃນຊົນນະບົດໄດ້ຫຼາຍສິບບ້ານ. ມາຮອດປັດຈຸບັນ ທົ່ວແຂວງຜົ້ງສາລີ ບ້ານທີ່ມີເສັ້ນທາງເຂົ້າເຖິງໃນລະດູແລ້ງມີ 508 ບ້ານ ກວມ 98.64% ແລະ ເສັ້ນທາງເຂົ້າເຖິງບ້ານທັງ 2 ລະດູມີ 335 ບ້ານ,ແກວມ 65.94% ຂອງຈໍານວນບ້ານໃນທົ່ວແຂວງ; ການກໍ່ສ້າງລະບົບຕາຂ່າຍໄຟຟ້າກໍຂະຫຍາຍໄດ້ຕາມແຜນການ ຊຶ່ງມາຮອດປັດຈຸບັນ, ບ້ານໄດ້ຊົມໃຊ້ລະບົບໄຟຟ້າຕາຄ່າຍມີ 345 ບ້ານ ກວມ 67.06% ທຽບໃສ່ປີ 2021 ເພີ່ມຂຶ້ນ 8.7% ແລະ ຄົວເຮືອນໄດ້ຊົມໃຊ້ມີ 24,000 ກວ່າຄົວເຮືອນ ກວມ 66,79% ຂອງຄົວເຮືອນໃນທົ່ວແຂວງ; ໄດ້ປັບປຸງຍົກລະດັບ ໂຮງງານຜະລິດນໍ້າປະປາ ຢູ່ເທດສະບານເມືອງຜົ້ງສາລີ ສໍາເລັດ 41.66%, ປັບປຸງລະບົບນໍ້າປະປາເທດສະບານເມືອງສໍາພັນ ສໍາເລັດ 36,1%, ກໍ່ສ້າງນໍ້າປະປາຊຸມຊົນຈຸດສຸມອູເໜືອ ສໍາເລັດ 39%, ໂຄງການກໍ່ສ້າງລະບົບໂຮງງານນໍ້າປະປາເທດສະບານແຂວງທີ່ເມືອງບຸນເໜືອ ສໍາເລັດ 82.31% ແລະ ສໍາຫຼວດໂຄງການນໍ້າປະປາຊຸມຊົນມີຢູ່ 4 ຈຸດ ສໍາເລັດ; ບ້ານໄດ້ຊົມໃຊ້ນໍ້າລິນ-ນໍ້າສະອາດ ກວມ 84.27% ໄດ້ສ້ອມແປງຍົກລະດັບ ແລະ ກໍ່ສ້າງຊົນລະປະທານ, ອ່າງເກັບນໍ້າຂະໜາດນ້ອຍ ຊຶ່ງມາຮອດປັດຈຸບັນເນື້ອທີ່ນາໄດ້ຮັບນໍ້າຊົນລະປະທານໃນລະດູຝົນມີ 7,385 ຮຕ ເທົ່າກັບ 90% ຂອງເນື້ອທີ່ນາໃນທົ່ວແຂວງ ແລະ ເນື້ອທີ່ນາໄດ້ຮັບນໍ້າຊົນລະປະທານໃນລະດູແລ້ງ ມີ 4,611 ຮຕ ເທົ່າກັບ 56.23% ຂອງເນື້ອທີ່ນາທັງໝົດໃນທົ່ວແຂວງ; ດ້ານການສຶກສາ 6 ເດືອນຕົ້ນປີນີ້, ແຂວງໄດ້ປັບປຸງຍົກລະດັບໂຮງຮຽນ, ຫ້ອງຮຽນແບບປະຖົມປະຖານມາເປັນເຄິ່ງຖາວອນ ແລະ ແບບຖາວອນເພີ່ມຂຶ້ນເຊັ່ນ: ໄດ້ສໍາເລັດການມອບ-ຮັບໂຄງການກໍ່ສ້າງອາຄານຮຽນ ຂອງໂຮງຮຽນປະຖົມສົມບູນບ້ານແສນເງິນ ເມືອງໃໝ່; ໂຮງຮຽນ ມ.ສ ສໍາພັນໄຊ ເມືອງບຸນໃຕ້; ປັດຈຸບັນທົ່ວແຂວງ ມີໂຮງຮຽນທັງໝົດ 701 ແຫ່ງ, ດ້ານສາທາລະນະສຸກ ໄດ້ສືບຕໍ່ປັບປຸງສຸກສາລາ ມາເປັນໂຮງໝໍນ້ອຍເທື່ອລະກ້າວໃຫ້ຖືກຕາມມາດຕະຖານ ແລະ ເງື່ອນໄຂຂອງກະຊວງສາທາລະນະສຸກວາງອອກ; ປັດຈຸບັນທົ່ວແຂວງ ມີໂຮງໝໍນ້ອຍທັງໝົດ 50 ແຫ່ງ, ການບໍລິການລະບົບການສື່ສານແຂວງໄດ້ສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍຄື້ນສັນຍານໂທລະສັບໄປສູ່ຊົນນະບົດເພີ່ມຂຶ້ນ ຊຶ່ງມາຮອດປັດຈຸບັນ ບ້ານໄດ້ຊົມໃຊ້ໂທລະສັບດ້ວຍລະບົບຕ່າງໆມີ 481 ບ້ານ, ກວມ 93.39% ຂອງຈໍານວນບ້ານໃນທົ່ວແຂວງ ແລະ ບ້ານຊົມໃຊ້ສັນຍານອິນເຕີເນັດມີ 305 ບ້ານ ກວມ 59.22% ຂອງຈໍານວນບ້ານໃນທົ່ວແຂວງ ແລະ ດ້ານອື່ນໆກໍໄດ້ຮັບການພັດທະນາຄ່ຽງຄູ່ກັນໄປ; ວຽກງານໂຄງການກໍ່ສ້າງ ແລະ ຍົກຍ້າຍເທດສະບານແຂວງໄດ້ສືບຕໍ່ຈັດຕັ້ງປະຕິບັດໂຄງການໂດຍໄດ້ສຸມໃສ່ 5 ວຽກໃຫຍ່ຄື: 1. ວຽກງານໂຄສະນາປູກຈິດສໍານຶກ, ໄກ່ເກ່ຍ ແກ້ໄຂ ແລະ ຊົດເຊີຍຜົນກະທົບ, ຈັດສັນທີ່ດິນປຸກສ້າງທີ່ຢູ່ອາໄສ ແລະ ຈັດສັນດິນອື່ນໆໃນເທດສະບານແຂວງທີ່ບຸນເໜືອ, 2. ວຽກກໍ່ສ້າງບັນດາກິດຈະການຕ່າງໆ ແລະ ການຈັດຊື້ຕາມສັນຍາການຄ້າ, 3. ວຽກຈັດສັນຕຶກອາຄານ ແລະ ທີ່ດິນ ຂອງສໍານັກງານ, ອົງການຢູ່ເທດສະບານຜົ້ງສາລີ, 4. ການຈັດຕັ້ງປະຕິບັດແຜນຈັດສັນ ແລະ ພັດທະນາເທດສະບານແຂວງ, 5. ວຽກຄຸ້ມຄອງການປຸກສ້າງ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນເທດສະບານແຂວງທີ່ບຸນເໜືອ ແລະ ມາຮອດປັດຈຸບັນ ສໍາລັບການກໍ່ສ້າງກິດຈະການຕ່າງໆຂອງໂຄງການຕາມສັນຍາການຄ້າມີຄວາມຄືບໜ້າ 69,01% ເປັນມູນຄ່າ 138.012.152 ໂດລາ ຂອງມູນຄ່າໂຄງການເງິນກູ້ທັງໝົດ (200 ລ້ານໂດລາ).

ໂດຍ: ຕະວິນຍານ

error: Content is protected !!