
ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ແຂວງຫລວງພະບາງ ຈັດກອງປະຊຸມປຶກສາຫາລືກ່ຽວກັບ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງການຂຸດຄົ້ນ ແລະ ສົ່ງຫີນອ່ອນມາໂບ ເຂດບ້ານແດນສະຫວ່າງນະຄອນຫລວງພະບາງ ເພື່ອພ້ອມກັນຄົ້ນຄວ້າ ປະກອບຄໍາເຫັນເຂົ້າໃນການກະກຽມ ວຽກງານຂອງໂຄງການ ເປັນຕົ້ນ ບັນຫາດ້ານສິ່ງແວດລ້ອມ, ວຽກງານຮອບດ້ານຂອງດ້ານວິຊາການ, ໝາກຜົນຂອງໂຄງການ, ການໃຊ້ແຮງງານທ້ອງຖິ່ນ, ການກໍ່ສ້າງພື້ນຖານໂຄງລ່າງ ເພື່ອໃຫ້ເປັນເອກະພາບກັນ ກ່ອນນໍາເດີນງານຂອງໂຄງການ ທັງຮັບປະກັນໃຫ້ເກີດຜົນກະທົບສິ່ງແວດລ້ອມ ໜ້ອຍທີ່ສຸດ ແລະ ມີຄວາມປອດໄພໃນສັງຄົມສູງ.

ທ່ານ ນາງ ແກ້ວພູສອນ ພົນຫາລາດ ຕາງໜ້າບໍລິສັດທີ່ປຶກສາ ລາວດ້ານວິສະວະກໍາສິ່ງແວດລ້ອມ ຈໍາກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ໂຄງການຂຸດຄົ້ນຫີນອ່ອນມາໂບ ຢູ່ເຂດແດນສະຫວ່າງ ມີເນື້ອທີ່ 8.78 ກິໂລຕາແມັດ ໂດຍໄດ້ສຶກສາ ແລະ ໄລຍະການກຽມ ຂອງບໍລິສັດ ທີ່ປຶກສາວິສະວະກໍາ ສິ່ງແວດລ້ອມ ຈໍາກັດຜູ້ດຽວ ເຊິ່ງໄດ້ປະຕິບັດຕາມດໍາລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ດ້ວຍກິດຈະກໍາທີ່ດໍາເນີນຢູ່ພາກສະໜາມປະ ກອບມີ: ສ້າງເສັ້ນທາງໃນເຂດບໍ່ແຮ່, ສະຖານທີ່ສະໜອງໄຟຟ້າ, ອຸປະກອນສະໜອງນໍ້າປະປາ, ທີ່ພັກ, ເດີ່ນເກັບຫີນ.
ໂອກາດນີ້, ທ່ານ ອຸ່ນເຮືອນ ໄຊຍະຈັກ ຫົວໜ້າກົມສິ່ງແວດລ້ອມ, ກະຊວງຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ມີຄຳເຫັນວ່າ: ການພັດທະນາຕ້ອງຄ່ຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ໃຫ້ໄດ້ທັງ 3 ຜົນປະໂຫຍດຄື: ພື້ນຖານໂຄງລ່າງ, ຜົນປະໂຫຍດຂອງຜູ້ລົງທຶນ, ຜົນປະໂຫຍດຂອງປະຊາຊົນ ປະກອບສ່ວນແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ແລະ ໄດ້ເນັ້ນໃຫ້ບໍລິສັດດັ່ງກ່າວ ນໍາເອົາເນື້ອໃນທີ່ໄດ້ຄົ້ນ ຄວ້າໃນກອງປະຊຸມ ໄປປະສານການກັບພາກສ່ວນກ່ຽວຂ້ອງຂັ້ນນະຄອນ ແລະ ຂັ້ນແຂວງ ເພື່ອໃຫ້ສະດວກໃນການລົງຕິດຕາມ, ກວດກາ ແລະ ການຊຸກຍູ້ໂຄງການໃຫ້ມີການພັດທະ ນາ ແລະ ສອດຄ່ອງຕາມລະບຽບກົດໝາຍ.
ຂ່າວ: ສົມແກ້ວ
