
ໃນໂອກາດ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງ ຊະນະຄາມ ແຂວງ ວຽງຈັນ ໃນວັນທີ 9 ກັນຍາ ຜ່ານມາ, ທ່ານ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານສໍ້ລາດບັງຫລວງຂັ້ນສູນກາງໄດ້ໂອ້ລົມ ແລະ ໃຫ້ທີດຊີ້ນໍາຕໍ່ອົງການປົກຄອງເມືອງຊະນະຄາມໃຫ້ເອົາໃຈໃສ່ຕໍ່ກັບວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນຕ້ານການສໍ້ລາດບັງຫລວງ ເຊິ່ງລ້ວນແຕ່ເປັນວຽກງານອັນຮີບດ່ວນ, ການກວດກາ ກໍຄື ເນື້ອໃນອັນໜຶ່ງຂອງການນຳພາ, ແບບແຜນອັນໜຶ່ງຂອງການປະຕິບັດໜ້າທີ່ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ສ້າງການຫັນປ່ຽນແຂງແຮງເລິກເຊິ່ງຮອບດ້ານ.

ພ້ອມນີ້, ໃຫ້ພະຍາຍາມລົງເລິກການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ຜັນຂະຫຍາຍເນື້ອໃນຈິດໃຈຂອງ ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ IV ຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ທີ່ຄະນະເລຂາທິການສູນກາງພັກເປັນຜູ້ຊີ້ນຳໂດຍກົງ, ສະນັ້ນ ຄະນະພັກ ແລະ ຜູ້ນຳພາຄຸ້ມຄອງແຕ່ລະຂັ້ນຕ້ອງກຳແໜ້ນ, ເລັ່ງທວງອັນຮີບດ່ວນ ແລະ ເພີ່ມທະວີການຕິດຕາມ, ກວດກາ ໃນສະພາບການໃໝ່, ການເຄື່ອນໄຫວຕິດຕາມກວດກາ ແລະ ແກ້ໄຂຜົນຂອງການກວດກາມາດຕະການ ໃນທາງປະຕິບັດຕົວຈິງທີ່ສຳຄັນທີ່ສຸດເປັນປັດໃຈຄໍ້າປະກັນໂດຍກົງ ຕໍ່ການສ້າງການຫັນປ່ຽນແບບບຸກທະລຸໃນການກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສ້າງລະບົບການເມືອງໃຫ້ເຂັ້ມແຂງມີປະສິດທິພາບ ແລະ ປະສິດທິຜົນ; ຍົກລະດັບວຽກງານກວດກາ, ການສ້າງຄວາມເຂົ້າໃຈໃນການປະຕິບັດໜ້າທີ່ ແນໃສ່ສ້າງການຫັນປ່ຽນແຂງແຮງເລິກເຊິ່ງຮອດດ້ານ ຕິດພັນກັບການແກ້ໄຂບັນຫາວິກິດ ກໍຄື ຄວາມຮັບຜິດຊອບຕົວຈິງຂອງຄະນະພັກແຕ່ລະຂັ້ນ, ໃຫ້ເບິ່ງເປັນມາດຕະການຕົວຈິງ ແລະ ເປັນປັດໄຈຄໍ້າປະກັນໂດຍກົງ; ການເຄື່ອນໄຫວກວດກາການຈັດຕັ້ງປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດໃນສະພາບປັດຈຸບັນ ຕ້ອງຕິດພັນໂດຍກົງ ກັບການຕີຖອຍການສະກັດກັ້ນການສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ ແລະ ພັກພວກ. ສະນັ້ນ, ຄະນະພັກຕ້ອງເຂັ້ມງວດໃນລະບຽບວິໄນເອກະພາບໃນການຕັດສິນໃຈ, ເອກະພາບຢູ່ໃນຄວາມຮັບຜິດ ຊອບ; ເບິ່ງຄືນການປັບປຸງພາລະບົດບາດວຽກງານກວດກາ ວ່າອັນໃດພາລະບົດບາດກວດ ກາພັກ, ອັນໃດພາລະບົດບາດກວດກາລັດ, ອັນໃດແມ່ນພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຄະນະພັກ; ລະຫວ່າງຄະນະພັກກັບຄະນະກວດກາ ຕ້ອງໄດ້ຊີ້ນຳ ແລະ ປະສານງານກັນ, ຍົກລະດັບຄວາມຮູ້ຄວາມສາດມາດດ້ານວຽກງານກວດກາໃຫ້ຜູ້ທີ່ເຮັດວຽກງານກວດກາໃຫ້ສູງຂຶ້ນກວ່າເກົ່າ.
ໂອກາດນີ້, ທ່ານ ສະໝານ ວິເສດຍະພົງສ໌ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຊະນະຄາມ ໄດ້ໃຫ້ຮູ້ກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງແຂວງ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIIຂອງອົງຄະນະພັກເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ III ຂອງເມືອງ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ວຽກງານກວດກາ. ໃນນັ້ນ, ວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງ ແມ່ນໄດ້ເພີ່ມຄວາມຮັບຜິດຊອບການຕິດຕາມ ,ກວດກາ ໂດຍເລັ່ງໃສ່ກວດກາການນໍາພາຂອງຄະນະພັກທຸກຂັ້ນ,ໃນການຈັດຕັ້ງຜັນຂະຫຍາຍ, ປະຕິບັດແນວທາງ ນະໂຍບາຍຂອງພັກ, ກົດລະບຽບ, ມະຕິ ແລະ ຄໍາສັ່ງ, ເອົາໃຈໃສ່ຊຸກຍູ້, ຕິດຕາມ-ກວດກາການເຄື່ອນໄຫວຂອງບັນດາອົງການຈັດຕັ້ງພາຍໃນເມືອງ, ການຈັດຕັ້ງປະຕິບັດແຜນນະໂຍບາຍຂອງລັດ, ຄໍາສັ່ງ, ຂໍ້ກໍານົດ, ກົດໝາຍ, ລະບຽບການຕ່າງໆ ເປັນຕົ້ນ ຕິດຕາມການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ III ຂອງເມືອງ, ໂຄງການລົງທຶນຢູ່ພາຍໃນເມືອງ ແລະ ແຜນງົບປະມານແຫ່ງລັດຂອງເມືອງ, ລົງສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນ ເມືອງ 29 ຄັ້ງ ແລະ ຕິດຕາມກວດກາໂຄງການຕ່າງໆຈໍານວນ 25 ຄັ້ງ, ຈັດຕັ້ງປະຕິບັດການຮັບແຈ້ງຊັບສິນພະນັກງານ-ລັດຖະກອນຮອບ III ສໍາເລັດ ແລະ ວຽກງານສຳຄັນອື່ນໆ.
ຂໍ້ມູນຂ່າວ: ຕູ່ນາ ເລົ່າຖາວອນ
We are working with the Letchworth Safer Neighbourhood Team to target these individuals, and we are utilising our police quad bikes to travel the same routes used by the individuals and provide a visible deterant. The song was performed by Sugarland on their live album Live on the Inside.