ການກໍ່ສ້າງຂົວຂ້າມນ້ຳຂອງ ແຫ່ງທີ 5 ບໍລິຄຳໄຊ-ບຶງການ ຄືບໜ້າ 51.51%

ການປະຕິບັດແຜນງານພາຍໃນ ຮອດເດືອນ ສິງຫາ 2022 ຂອງໂຄງການກໍ່ສ້າງຂົວຂ້າມແມ່ນ້ຳຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ສັນຍາ 1 ວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ແລະ ສັນຍາ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ໂດຍສະເລ່ຍຮອດປັດຈຸບັນ ໄດ້ມີຄວາມຄືບໜ້າທັງສອງໜ້າວຽກ ສາມາດປະຕິບັດໄດ້ 51.51% ລື່ນຄາດໝາຍ 3.50%.

ອີງຕາມບົດລາຍງານຂອງທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄຳໄຊ-ບຶງການ) ໃຫ້ຮູ້ວ່າ: ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນ ສິງຫາ 2019 ຊຶ່ງເປັນໂຄງການເງິນກູ້ຈາກອົງການ ຄວາມຮ່ວມມືທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ (ອົງການມະຫາຊົນ) ຈາກປະເທດ ໄທ (ອົງການ NEDA); ລັດຖະບານ ລາວ ໄດ້ຮັບເງິນກູ້ຢືມເປັນຈຳນວນເງິນ 1,380 ລ້ານບາດ (ສະກຸນເງິນ ໄທ), ໄດ້ແບ່ງອອກເປັນສອງສັນຍາ ຄື: ສັນຍາທີ 1 ແມ່ນສັນຍາ ກໍ່ສ້າງຂົວຂ້າມນ້ຳຂອງ ເບື້ອງປະເທດລາວ ມີລວງຍາວທັງໝົດ 535 ແມັດ ແລະ ສັນຍາທີ 2 ແມ່ນການກໍ່ສ້າງທາງເຂົ້າຂົວ ລວງຍາວທັງໝົດ 2.775 ແມັດ ລວມທັງອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ເບື້ອງປະເທດລາວ ມີ ໄລຍະເວລາກໍ່ສ້າງ 30 ເດືອນ ແລະ ໄລຍະຄໍ້າປະກັນ 24 ເດືອນ. ສຳລັບການປະຕິບັດສັນຍາ 1 ປະກອບມີ: ວຽກສ້ອມແປງທາງຂອບເຂດ ບ້ານ ຫາງຊິງ, ຕິດຕັ້ງປະຕູຮົ້ວແຄ້ມ, ສະໜອງເຄື່ອງມືຮັບໃຊ້ວຽກສ້ອມແປງ ກັບສວນຄົວ ແລະ ໜ້າວຽກອື່ນໆ, ສ່ວນສັນຍາ 2 ປະກອບດ້ວຍວຽກດິນ, ວຽກໂຄງສ້າງທາງ, ວຽກກໍ່ສ້າງປູໜ້າທາງດ້ວຍເບຕົງ, ວຽກກໍ່ສ້າງທໍ່ລະບາຍນໍ້າລອດທາງ, ວຽກກໍ່ສ້າງອາຄານດ່ານ, ວຽກລະບົບຂອງອາຄານ ແລະ ວຽກອື່ນໆ.

ທ່ານ ໃຫ້ຮູ້ຕື່ມວ່າ: ປີ 2021 ເພື່ອບໍ່ໃຫ້ວຽກງານຢຸດສະງັກ ທາງໂຄງການໄດ້ສົມທົບກັບຄະນະສະເພາະກິດຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອຊອກຫາເງື່ອນໄຂ ມາດຕະການ ແລະ ສິ່ງອໍານວຍຄວາມສະດວກໃຫ້ແກ່ທີມງານບໍລິສັດ ທີ່ປຶກສາ ແລະ ບໍລິສັດ ຜູ້ຮັບເໝົາ (ຝ່າຍໄທ) ເຂົ້າມາປະຕິບັດວຽກງານການສໍາຫລວດ ເກັບກໍາຂໍ້ມູນພາກສະໜາມ ສໍາເລັດໄປດ້ວຍດີພໍສົມຄວນ ເຖິງແມ່ນວ່າຈະມີການປິດຊົ່ວຄາວ ໃນລະຫວ່າງການແຜ່ລະບາດຂອງພະຍາດ ໂຄວິດ-19 ຊຶ່ງວຽກງານການກໍ່ສ້າງຂອງໂຄງການແມ່ນຍັງໄດ້ຈັດຕັ້ງປະຕິບັດຢູ່, ໂດຍໄດ້ມີການປະສານສົມທົບ ແລະ ພົວພັນເອົາເຈົ້າໜ້າທີ່ໆກ່ຽວຂ້ອງເປັນຕົ້ນ: ປກສ, ປກຊ ແລະ ພະແນກສາທາລະນະສຸກລົງຕິດຕາມ ກວດກາ ແລະ ໄດ້ປະຕິບັດຕາມການຊີ້ນຳຂອງ ຄະນະກຳມະການຄວບຄຸມພະຍາດ ໂຄວິດ-19 ຢ່າງເຂັ້ມງວດຢູ່ໃນຂອບເຂດໂຄງການ; ປັບແຜນການເຮັດວຽກຄືນໃໝ່ ໃຫ້ແທດເໝາະກັບສະຖານະການຕົວຈິງ ເພື່ອທົດແທນບາງລາຍການໜ້າວຽກທີ່ບໍ່ສາມາດປະຕິບັດໄດ້ໃນໄລຍະລະດູຝົນ ໃຫ້ໄປເຮັດໃນລະດູແລ້ງແທນ.

ຂ່າວ-ພາບ: ສຸກສະຫວັດ

ຂໍ້ມູນ: ຍຸພິນທອງ

error: Content is protected !!