
ສະມາຄົມຫັດຖະກຳລາວ ຮ່ວມກັບ ບໍລິສັດ ມິສທິນກ້າວໜ້າລາວ ຈຳກັດ ຈັດງານສັບປະດາຫັດຖະກຳຊົນເຜົ່າຂຶ້ນ ລະຫວ່າງວັນທີ 8-18 ກັນຍາ 2022 ຢູ່ຊັ້ນສອງ ສູນການຄ້າພາກຊັນ ນະຄອນຫລວງ ວຽງຈັນ ເຊິ່ງງານດັ່ງກ່າວ ໄດ້ມີບັນດາຫົວໜ່ຍທຸລະກິດເຄື່ອງຫັດຖະກຳ ເກືອບ 40 ຮ້ານໃນຂອບເຂດທົ່ວປະເທດ ເຂົ້າວາງສະແດງ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ.

ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ ໄດ້ກ່າວວ່າ: ພາຍໃນງານມີການ ວາງສະແດງສິນຄ້າບັນດາຜະລິດຕະພັນຫັດຖະກໍາຊົນເຜົ່າ ເປັນຕົ້ນ ແຜ່ນແພ ແລະ ເຄື່ອງນຸ່ງຊົນເຜົ່າ; ເຄື່ອງປະດັບ; ເຄື່ອງຈັກສານ; ເຄື່ອງປັ້ນດິນເຜົາ; ຮູບແຕ້ມ, ໄມ້ແກະສະຫລັກ; ອາຫານສໍາເລັດຮູບພື້ນ ເມືອງ; ເສື້ອຜ້າ-ລາຄາໂຮງງານ, ສິນຄ້າ ໂອດັອບລາວ(ODOP) ເເລະ ອື່ນໆ ທີ່ກ່ຽວກັບຫັດຖະກຳຊົນເຜົ່າ. ທັງນີ້, ແນໃສ່ຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ ຫັດຖະກຳຊົນເຜົ່າລາວ ໃຫ້ສາມາດຂະຫຍາຍການຕະຫລາດ ນັບມື້ກວ້າງຂວາງ ແລະ ໃຫ້ມີໂອກາດນໍາເອົາຜະລິດຕະພັນ ຂອງຕົນອອກໄປສູ່ຕະຫລາດສາ ກົນ ກໍຄື ໃຫ້ສາມາດນໍາເອົາສິນຄ້າໄປວາງສະແດງ ແລະ ຂາຍຢູ່ໃນສູນການຄ້າພາກຊັນ ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ການຈັດງານຄັ້ງນີ້, ຍັງເປັນການສ້າງຂະບວນການສະເຫລີມສະຫລອງ “ວັນຫັດຖະກຳລາວ 1 ພະຈິກ” ແລະ ການສ້າງຕັ້ງສະມາຄົມຫັດຖະກຳລາວ ຄົບຮອບ 25 ປີ, ທັງເປັນການກະກຽມໃຫ້ແກ່ການຈັດງານ “ມະຫາກຳສີມືຫັດຖະກຳລາວ ຄັ້ງທີ 21” ທີ່ຈະໄດ້ຈັດຂຶ້ນໃນທ້າຍເດືອນຕຸລາ 2022 ທີ່ຈະມາເຖິງນີ້, ທັງເປັນການປະກອບ ສ່ວນອະນຸລັກ ແລະ ສົ່ງເສີມວຽກງານຫັດຖະກຳ ໃນຂອບເຂດທົ່ວປະເທດ, ຕໍ່ຍອດມູນເຊື້ອຫັດຖະກຳຂອງຮຸ່ນປູ່ຍ່າຕາຍາຍ ໃຫ້ມີຄວາມຍືນຍົງຢູ່ຄູ່ກັບຊາວລາວເຮົາຕະຫລອດໄປ.
ຂ່າວ: ກິດຕາ
ພາບ: ເກດສະໜາ
Whatsoever, I can provide links of some freelancer site. A binary racial system had been in place since slavery times and the days of racial segregation.