
ຄະນະທີມງານຂັ້ນສູນກາງ, ຂັ້ນແຂວງ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ລົງກວດກາຄວາມເປັນລະບຽບຮຽບຮ້ອຍຂອງຜູ້ປະກອບການ ແລະ ຜູ້ອອກແຮງງານພາຍໃນເຂດເພື່ອເຮັດໃຫ້ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ກາຍເປັນເມືອງທີ່ເໝາະສົມແກ່ການດຳເນີນທຸລະກິດ, ທີ່ຢູ່ອາໄສ ແລະ ທ່ອງທ່ຽວ. ໃນຄ່ຳຄືນຂອງວັນທີ 6 ກັນຍາ 2022 ກະຊວງປ້ອງກັນຄວາມສະຫງົບ, ປກສ ແຂວງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ບໍ່ແກ້ວ, ປກສ-ປກຊ ປະຈຳເຂດ ແລະ ສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ລົງກວດກາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໂດຍມີຈຸດປະສົງ ເພື່ອສະກັດກັ້ນການກະທຳທີ່ຜິດຕໍ່ລະບຽບກົດໝາຍເຊັ່ນ: ການລັກລອບຄ້າສິ່ງເສບຕິດ, ການນຳໃຊ້ແຮງງານຜິດກົດໝາຍ, ການຄ້າມະນຸດ ແລະ ການສໍ້ໂກງທາງອິນເຕີເນັດ. ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ປະກອບການ ແລະ ຜູ້ອອກແຮງງານໃຫ້ຖືກຕ້ອງຕາມກົດໝາຍ.

ຂດເສດຖະກິດພິເສດສາມຫຼ່ຽມຄຳ ແມ່ນຍຶດໝັ້ນການທ່ອງທ່ຽວເປັນທິດທາງໃນການພັດທະນາ, ສູ້ຊົນໃຫ້ສະພາບແວດລ້ອມພາຍໃນ ແລະ ອ້ອມແອ້ມເຂດໃຫ້ມີຄວາມສະຫງົບ ແລະ ປອດໄພ ເພື່ອການພັດທະນາທີຍືນຍົງ. ໃນການລົງກວດກາຄັ້ງນີ້ກໍ່ແມ່ນການປະຕິບັດຄຳສັ່ງຂອງຂັ້ນເທິງ ໃນການປັບປຸງການຄຸ້ມຄອງ ແລະ ຍົກລະດັບຄວາມສະຫງົບປອດໄພພາຍໃນເຂດ. ໃຫ້ນັກລົງທຶນມີຄວາມຄວາມໝັ້ນໃຈ, ຜູ້ອອກແຮງງານເຮັດວຽກດ້ວຍຄວາມສະບາຍໃຈ ແລະ ນັກທ່ອງທ່ຽວສາມາດທ່ອງທ່ຽວຢ່າງມີຄວາມສຸກ.
ແຫຼ່ງຂໍ້ມູນ: ຫ້ອງການໂຄສະນາເຜີ່ຍແຜ່ຂໍ້ມູນຂ່າວສານ ສະພາບໍລິຫານເຂດເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, Media Laos
