ເມື່ອໄປຮອດແຫລ່ງທ່ອງທ່ຽວຕາດເຍືອງ ທຸກຄົນຈະໄດ້ສຳຜັດກັບທຳມະຊາດປ່າໄມ້ທີ່ດົກໜາ, ນ້ຳຕົກຕາດສູງ ແລະ ອາກາດຊຸ່ມເຢັນ. ພ້ອມນັ້ນ ຍັງມີການຈຳໜ່າຍຜະລິດຕະພັນຫັດຖະກຳຊົນເຜົ່າ ແລະ ບໍລິການອາຫານທີ່ເປັນເອກກະລັກ ຫລາກຫລາຍລາຍການ, ແຕ່ປັດຈຸບັນແຫລ່ງທ່ອງທ່ຽວຕາດເຍືອງຂ້ອນຂ້າງງຽບເຫງົາ ພາຍຫລັງທີ່ປະເຊີນກັບການລະບາດຂອງພະຍາດ ໂຄວິດ-19. ແນວໃດກໍຕາມ ຜູ້ປະກອບການແຫລ່ງທ່ອງທ່ຽວແຫ່ງນີ້ ຍັງກຽມພ້ອມຕ້ອນຮັບນັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາທ່ອງທ່ຽວ ຕາມມາດຕະການທ່ອງທ່ຽວແບບໃໝ່ທີ່ປອດໄພ ແລະ ເຊື່ອວ່າວິກິດການອາດຈະຄ່ອຍສະຫງົບລົງໃນບໍ່ຊ້າ. ສິ່ງສຳຄັນ ຫາກລັດຖະບານມີນະໂຍບາຍເປີດປະເທດໃນໄວໆນີ້ ຈະເຮັດໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຫລາຍຂຶ້ນ.

ທ່ານນາງ ສອນທິດາ ອຸນາພົມ ອໍານວຍການບໍລິສັດພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ໃຫ້ຮູ້ວ່າ: ໄດ້ເລີ່ມພັດທະນາແຫລ່ງທ່ອງທ່ຽວຕາດເຍືອງມາແຕ່ປີ 2011 ໂດຍເຕົ້າໂຮມເອົາປະຊາຊົນຢູ່ເຂດໃກ້ຄຽງ ຈໍານວນ 19 ຄອບຄົວ ໃຫ້ເຂົ້າມາມີສ່ວນຮ່ວມໃນດ້ານຕ່າງໆປິ່ນອ້ອມວຽກງານທ່ອງທ່ຽວ ແລະ ເພີ່ມຂຶ້ນເປັນ 70 ຄອບຄົວ ມີຈໍານວນນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ອງທ່ຽວເພີ່ມຂຶ້ນຈໍານວນຫລວງຫລາຍໃນແຕ່ລະປີ, ແຕ່ມາຮອດຕົ້ນປີ 2020 ເລີ່ມໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຈໍານວນນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວຫລຸດລົງຢ່າງຫລວງຫລາຍ ແຕ່ກໍໄດ້ມີຄວາມພະຍາຍາມສູງໃນການປົກປັກຮັກສາ ສະພາບແວດລ້ອມ ໃນເຂດອ້ອມຮອບແຫລ່ງທ່ອງທ່ຽວຕາດເຍືອງໃຫ້ມີຄວາມອຸດົມສົມບູນ ຕະຫລອດມາ ແລະ ຄິດວ່າຜົນກະທົບຄັ້ງນີ້ ບໍ່ພຽງແຕ່ແຫລ່ງທ່ອງທ່ຽວຕາດເຍືອງ ມັນເປັນສະພາບລວມຂອງທົ່ວໂລກ. ພ້ອມນັ້ນ, ໄດ້ສົ່ງເສີມປະຊາຊົນປູກພືດຜັກສະອາດ ເພື່ອສ້າງລາຍຮັບເສີມ. ປັດຈຸບັນ ດ້ວຍຄວາມເປັນຫ່ວງເປັນໃຍຂອງລັດຖະບານ ກໍຄືກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ໄດ້ມີນະໂຍບາຍສົ່ງເສີມການທ່ອງທ່ຽວຄືນໃໝ່ ເຊິ່ງເລີ່ມແຕ່ປີໃໝ່ລາວມາຮອດໄລ ຍະນີ້ ເຫັນວ່າຈໍານວນນັກທ່ອງທ່ຽວ ໄດ້ເລີ່ມທະຍອຍເຂົ້າມາທ່ອງທ່ຽວຫລາຍຂຶ້ນ ໂດຍສະເພາະຂະ ບວນລາວທ່ຽວລາວ ບວກກັບແຫລ່ງທ່ອງທ່ຽວມີຫລາຍກິດຈະກໍາປິ່ນອ້ອມ ເປັນຕົ້ນກຸ່ມໄກ້ນໍາທ່ຽວ, ກຸ່ມຫັດຖະກໍາ, ສວນກາເຟ, ປູກພືດຜັກໝາກໄມ້ ແລະ ນໍາເອົາຜົນຜະລິດມາຈໍາໜ່າຍຢູ່ໃນສະຖານທີ່ແຫລ່ງທ່ອງທ່ຽວ ເຖິງວ່າໄດ້ຮັບຜົນກະທົບກໍສາມາດມີລາຍຮັບກຸ້ມຕົນເອງໄດ້ສ່ວນໜຶ່ງ.

ທ່ານ ອໍານວຍການບໍລິສັດ ພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ໃຫ້ຮູ້ອີກວ່າ: ຍ້ອນການບໍລິ ການແບບປະຊາຊົນມີສ່ວນຮ່ວມ ໂດຍຕິດພັນກັບປົກປັກຮັກສາທຳມະຊາດ, ປີ 2022 ສະຖານທີ່ທ່ອງທ່ຽວ ນໍ້າຕົກຕາດເຍືອງ ໄດ້ຮັບລາງວັນທ່ອງທ່ຽວແບບຍືນຍົງອາຊຽນ ເຊິ່ງກໍເປັນກຳລັງໃຈອັນໜຶ່ງທີ່ຊຸກຍູ້ໃຫ້ຕົນ ສືບຕໍ່ພັດທະນາແຫລ່ງທ່ອງທ່ຽວແບບທໍາມະຊາດ ໃຫ້ຍືນຍົງຕໍ່ໄປ, ທັງໄດ້ສ້າງວຽກເຮັດງານທໍາໃຫ້ປະຊົນຢູ່ເຂດໃກ້ຄຽງ ມີສ່ວນຮ່ວມໃນກິດຈະກໍາການທ່ອງທ່ຽວ ເປັນຕົ້ນ ການຜະລິດກະສິກໍາສະອາດ ແລະໃຫ້ບໍລິການດ້ານອື່ນໆແກ່ນັກທ່ອງທ່ຽວ. ນອກຈາກ ການພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ໃຫ້ຍືນຍົງແລະ ຕົນເອງ ແລະ ຄອບຄົວ ຍັງມີແນວຄິດຈະຮ່ວມທຶນຂະຫຍາຍກິດຈະການຮ້ານອາຫານເອກກະລັກລາວ ຢູ່ປະເທດຈີນ, ເບື້ອງຕົ້ນຄາດວ່າຈະເປີດຢູ່ ເສີນໂຈ ແລະ ເສີນເຈິນ ໂດຍຫລັກໆແມ່ນຈະນຳອາ ຫານລາວທີ່ເປັນເອກກະລັກຂອງ ແຫລ່ງທ່ອງທ່ຽວຕາດເຍືອງໄປບໍລິການ ໃຫ້ນັກທ່ອງທ່ງວ ກໍຄືຄົນຈີນໄດ້ຊີມລົດຊາດອາຫານລາວ ທັງເປັນການໂຄສະນາແນະນຳແຫລ່ງທ່ອງທ່ຽວ ຢູ່ລາວນຳອີກ. ຈາກນັ້ນ ກໍຈະນຳເອົາອາຫານທີ່ເປັນເອກກະຢູ່ທຸກພາກຂອງລາວ ທັງພາກເໜືອ, ພາກກາງ ແລະ ພາກໃຕ້ໄປບໍລິການ ຫາກກິດຈະການໄປດີ ກໍຈະຂະຫຍາຍສາຂາໄປຍັງແຂວງຕ່າງໆຂອງ ສປ ຈີນ.

ນໍ້າຕົກຕາດເຍືອງ ກໍາເນີດຈາກສາຍຫ້ວຍບັ້ງລຽງຫ່າງຈາກຕົວເມືອງປາກຊ່ອງ ໄປທາງທິດຕາເວັນ ຕົກ ຢູ່ເຂດບ້ານຫລັກ 40 ເມືອງປາກຊ່ອງ ແຂວງຈໍາປາສັກ, ສາມາດເດີນທາງດ້ວຍທາງລົດເຂົ້າເຖິງສະ ຖານທີ່ດ້ວຍຄວາມສະດວກ, ຕາດເຍືອງເປັນຕາດສູງຊັນປະມານ 50 ແມັດ, ສອງຟາກຝັ່ງເປັນຜາເຫວເລິກ ໃນອະດີດເຄີຍມີເຍືອງສອງໂຕ ຜົວ-ເມຍ ອາໄສຢູ່ດ້ານລຸ່ມຂອງຕາດນີ້ ສະນັ້ນປະຊາຊົນໃນທ້ອງຖິ່ນຈຶ່ງເອີ້ນສະຖານທີ່ແຫ່ງນີ້ວ່າ ຕາດເຍືອງ.

ບົດ-ພາບ ໂດຍ: ຣາດຊະວົງ