ການຄຸ້ມຄອງລາຄາສິນຄ້າ ໃນເງື່ອນໄຂເສດຖະກິດ-ການເງິນ ມີຄວາມຫຍຸ້ງຍາກ

ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ໃນຫົວຂໍ້: “ການຄຸ້ມຄອງລາຄາສິນຄ້າ ໃນເງື່ອນໄຂທີ່ເສດຖະກິດ-ການເງິນ ມີຄວາມຫຍຸ້ງຍາກ” ຂຶ້ນໃນວັນທີ 6 ກັນຍາ ນີ້ ທີ່ຫ້ອງປະຊຸມຂອງກະຊວງ ອຄ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລົດຖະມົນຕີ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ; ມີບັນດາຮອງລັດຖະມົນຕີ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ບັນຫາລາຄາສິນຄ້າ ແລະ ຄ່າບໍລິການທີ່ມີການເພີ່ມຂຶ້ນໃນປັດຈຸບັນ ແມ່ນໄດ້ຮັບຜົນກະທົບຈາກທັງປັດໄຈພາຍໃນ ແລະ ປັດໄຈພາຍນອກ ຊຶ່ງປັດໄຈພາຍນອກເຮົາບໍ່ສາມາດຄວບຄຸມໄດ້ ແຕ່ປັດໄຈພາຍໃນ ເປັນສິ່ງທີ່ເຮົາສາມາດປະກອບສ່ວນທາງດ້ານນະໂຍ ບາຍສະເພາະ ເພື່ອຊຸກຍູ້, ສົ່ງເສີມ ແລະ ແກ້ໄຂໄດ້ໃນລະດັບໜຶ່ງ. ໃນໄລຍະຜ່ານມາ, ກະຊວງ ອຄ ໄດ້ເຮັດສອງບົດບາດ ຫລັກ ຄື: ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ຂຶ້ນກັບຂະແໜງການຕົນ ແລະ ເປັນໃຈກາງ ປະສານງານວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ທີ່ຂຶ້ນກັບຂະແໜງ ການອື່ນ. ເຖິງແນວໃດກໍຕາມ, ກະຊວງ ອຄ ໄດ້ແກ້ໄຂບັນຫາລາຄາສິນຄ້າ ທີ່ເພີ່ມຂຶ້ນສູງໃນປັດຈຸບັນ ໂດຍໄດ້ຜັນຂະຫຍາຍ ດໍາລັດ 474/ນຍ (2010), ຂໍ້ຕົກລົງ 71/ນຍ (2017) ແລະ ຂໍ້ຕົກລົງ 36/ນຍ (2022) ອອກເປັນນິຕິກໍາລູກໃນການຊີ້ນໍາ ແລະ ເປັນບ່ອນອີງໃຫ້ພະແນກການ ໃນສາຍຕັ້ງຂອງຕົນຢູ່ຂັ້ນແຂວງ.

ກອງປະຊຸມຄັ້ງນີ້, ນອກຈາກໄດ້ຮັບຟັງບົດຄົ້ນຄວ້າ ການຄຸ້ມຄອງລາຄາສິນຄ້າໃນເງື່ອນໄຂທີ່ເສດຖະກິດ-ການເງິນ ມີຄວາມຫຍຸ້ງຍາກ ຈາກສະຖາບັນອຸດສາຫະກຳ ແລະ ການຄ້າແລ້ວ; ຜູ້ເຂົ້າຮ່ວມຍັງໄດ້ຮ່ວມກັນຕີລາຄາ ເພື່ອຖອດຖອນໄດ້ ຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນວຽກງານການຄຸ້ມຄອງລາຄາສິນຄ້າໃນໄລຍະຜ່ານມາ ແລະ ຮ່ວມກັນຊອກຫາແນວທາງ, ວາງມາດຕະການໃນການແກ້ໄຂໃນຕໍ່ໜ້າ; ປຶກສາຫາລືກັນ ເພື່ອປັບປຸງກົນໄກການປະສານງານ ໃນການຈັດຕັ້ງຜັນຂະຫຍາຍບັນດານິຕິກໍາ ແລະ ເອກະສານຕ່າງໆ ທີ່ມີຮ່ວມກັນໃນການຄຸ້ມຄອງລາຄາສິນຄ້າ ໃຫ້ໄດ້ຮັບປະສິດທິຜົນສູງສຸດ; ນອກນີ້, ຍັງຮ່ວມກັນປຶກສາຫາລື ແລະ ຄົ້ນຄວ້າ ສ້າງເງື່ອນໄຂສະດວກ ໃຫ້ແກ່ວຽກງານການຄຸ້ມຄອງລາຄາສິນ ຄ້າ ເພື່ອເຮັດໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໜ້ອຍທີ່ສຸດ.

ທ່ານ ມະໄລທອງ ກົມມະສິດ ກ່າວຕື່ມວ່າ: ເພື່ອສືບຕໍ່ຊີ້ນຳ-ນໍາພາ, ຄຸ້ມຄອງຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດຂອງຂະແໜງ ອຄ ໃນຕໍ່ໜ້າໃຫ້ມີຜົນສຳເລັດ, ມີໝາກຜົນເປັນຮູບປະທຳ ແລະ ສ້າງບາດກ້າວການຫັນປ່ຽນໃໝ່ ຕ້ອງໄດ້ເອົາໃຈໃສ່ບັນຫາຕົ້ນຕໍ ທີ່ທ່ານອະດີດຮອງນາຍົກໄດ້ມີຄຳເຫັນ ຄືດັ່ງນີ້: ໃນການປະຕິບັດພາລະບົດບາດການຄຸ້ມຄອງລາຄາ, ການປົກປ້ອງຜູ້ຊົມໃຊ້ ແລະ ການສ້າງສະພາບແວດລ້ອມໃນການແຂ່ງຂັນທຸລະກິດ ຄວນຖືເປັນບັນຫາສຳຄັນ ເຮັດໃຫ້ຕໍ່ເນື່ອງ ປົກກະຕິ ແລະ ແກ້ໄຂໄດ້ບັນຫາຕົວຈິງ; ດ້ານກົນໄກການປະສານງານ ທີ່ຊ່ວຍສະໜັບສະໜູນກັນຢ່າງເປັນລະບົບ ແລະ ໄປໃນທິດທາງດຽວກັນ ລະຫວ່າງກົມຕ່າງໆ ພາຍໃນກະຊວງ ອຄ ກໍຄື ການປະສານສົມທົບລະ ຫວ່າງ ບັນດາຂະແໜງການທີ່ປິ່ນອ້ອມວຽກງານການຄຸ້ມຄອງລາຄາ; ສືບຕໍ່ບຸກທະລຸຢ່າງແຂງແຮງ ແລະ ຕໍ່ເນື່ອງ ເພື່ອແກ້ໄຂຂອດຂັ້ນລະບອບ ລະບຽບການບໍລິຫານຄຸ້ມຄອງຂອງລັດ ແລະ ສືບຕໍ່ແກ້ໄຂບັນຫາຂອດການກະຕຸກຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າພາຍໃນ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ຂປລ

error: Content is protected !!