ຕາມຂ່າວຈາກ ເຊອຸນ, ສ.ເກົາຫລີ ສັ່ງຍົກຍ້າຍ ປະຊາຊົນ 3,463 ຄົນ ອອກຈາກ ພື້ນທີ່ ປະສົບໄພ ສ່ວນໃຫຍ່ ທາງພາກໃຕ້ ຂອງປະເທດ ເຮັດໃຫ້ ຕ້ອງຍົກເລີກ ຖ້ຽວບິນ ຫລາຍຮ້ອຍຖ້ຽວ, ສັ່ງໂຈະກິດຈະກຳ ທາງທຸລະກິດ ຊົ່ວຄາວ ແລະ ຢຸດການຮຽນການສອນໃນໂຮງຮຽນ ເພື່ອຄວາມປອດໄພ ຈາກນັ້ນ ພາຍຸໄດ້ພັດຖະຫລົ່ມ ຢ່າງຮຸນແຮງສ້າງຄວາມເສຍຫາຍຢ່າງໜັກ ໃນວັນທີ 6 ກັນຍານີ້ ແລະ ພວເຄື່ອນໂຕໄປທາງທິດເໜືອດ້ວຍຄວາມໄວລົມ 52 ກິໂລແມັດ ຕໍ່ຊົ່ວໂມງ ນອກແຄມຝັ່ງ ເມືອງອຸລຊັນ (Ulsan) ທາງຕາເວັນອອກ ສ່ຽງໃຕ້ ຂອງ ສ.ເກົາຫລີ ມີຜູ້ສູນຫາຍ 1 ຄົນ ຫລັງພັດຂຶ້ນແຄມຝັ່ງເມືອງ ກຽວເຊ (kyoche) ໃນຄືນຜ່ານມາ.
ພາຍຸດັ່ງກ່າວ ພວມມຸ່ງໜ້າ ໄປທາງ ທິດຕາເວັນອອກ ສ່ຽງເໜືອ ແລະ ຄາດວ່າ ຈະເຄື່ອນໂຕ ຢູ່ໃນພື້ນທີ່ ຫ່າງຈາກ ທາງຕາເວັນຕົກ ສ່ຽງເໜືອ ຂອງເມືອງຊັບໂປໂຣ (Sapporo) ຂອງຍີ່ປຸ່ນ ປະມານ 400 ກິໂລແມັດ ໃນໄລຍະທ່ຽງຄືນ ຂອງວັນດຽວກັນ.


ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
