
ອັດຕາເງິນເຟີ້ໃນເດືອນສິງຫາ 2022 ທຽບປີຕໍ່ປີ ຫຼື ທຽບກັບເດືອນດຽວກັນຂອງປີຜ່ານມາ ສືບຕໍ່ເພີ່ມຂຶ້ນ 30.0% (ເດືອນກໍລະກົດ 2022 ແມ່ນ 25.7). ເນື່ອງຈາກດັດຊະນີລາຄາເກືອບທຸກຫມວດ ແມ່ນຍັງສືບຕໍ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ທັງທຽບເດືອນຕໍ່ເດືອນ ແລະປີຕໍ່ປີ ໂດຍສະເພາະແມ່ນ ຫມວດສະບຽງອາຫານ ແລະເຄື່ອງດື່ມບໍ່ແມ່ນເຫຼົ້າ ທຽບປີຕໍ່ປີ ແມ່ນສູງເຖິງ 30.2% ຍ້ອນລາຄາເຂົ້າສານ, ທາດແປ້ງ, ຊີ້ນ, ໄຂ່, ນ້ໍາມັນພືດ, ຫມາກໄມ້ ແລະຜັກສົດ (ຫອມປ້ອມລາຄາເພີ່ມຂຶ້ນ 4 ເທົ່າ) ໄດ້ປັບໂຕສູງຂຶ້ນ.
ໝວດຄົມມະນາຄົມ ແລະຂົ່ນສົ່ງ ເພີ່ມຂຶ້ນ 51.7% ຍ້ອນລາຄາລົດຍົນ, ເຄື່ອງອາໄຫຼ່ ປັບໂຕສູງຂຶ້ນເນື່ອງຈາກອັດຕາແລກປ່ຽນທີ່ຍັງສືບຕໍ່ອ່ອນຄ່າ, ສ່ວນລາຄານ້ໍາມັນເຖິງວ່າຈະມີ ການປັບໂຕ ຫຼຸດລົງເລັກນ້ອຍໃນເດືອນ ແຕ່ກໍ່ຍັງສູງຖ້າທຽບໃນຮອບປີຕໍ່ປີ. ໝວດທີ່ພັກອາໄສ, ໄຟຟ້າ, ນ້ໍາປະປາ ແລະເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 20,5% ເນື່ອງຈາກລາຄາເຫຼັກເສັ້ນ, ຊີມັງ, ຖ່ານ, ແກ໊ສ໌ ມີລາຄາສູງຂຶ້ນ.

ປັດໄຈ ແລະ ສາເຫດຂອງອັດຕາເງິນເຟີ້ ເດືອນກໍລະກົດ 2022 ເພີ່ມສູງຂຶ້ນແມ່ນມາຈາກປັດໄຈ
ດັ່ງນີ້:
– ເນື່ອງຈາກ ລາຄານ້ໍາມັນຍັງສືບຕໍ່ສູງ ຈິ່ງສົ່ງຜົນໃຫ້ລາຄາເຂົ້າສານ, ພືດຜັກ ແລະ ໝາກໄມ້ບາງປະເພດປັບໂຕສູງ
ຂຶ້ນ;
– ປັດໄຈອັດຕາແລກປ່ຽນທີ່ຍັງສືບຕໍ່ອ່ອນຄ່າໃນອັດຕາທີ່ສູງ ແມ່ນຍັງສືບຕໍ່ສົ່ງຜົນກະທົບຕໍ່ລາຄາສິນຄ້າອຸປະໂພກ, ບໍລິໂພກ ປັບໂຕສູງຂຶ້ນຢູ່ ບວກກັບເງື່ອນໄຂສະພາບອາກາດທີ່ບໍ່ເອື້ອອໍານວຍ ພ້ອມທັງມີຕົ້ນທຶນການຜະລິດສູງ, ເປັນຕົ້ນແມ່ນລາຄາປຸຍທີ່ສູງຂຶ້ນ;
– ບາງປະເພດສິນຄ້າທີ່ສາມາດຜະລິດໄດ້ເອງ ເຊັ່ນ: ໝູ, ງົວ, ຄວາຍ, ໄກ່, ພືດຜັກ, ເຫຼັກ, ຊີມັງ ແລະອື່ນໆ ລ້ວນແລ້ວແຕ່ຍັງເພິ່ງພາວັດຖຸດິບຈາກພາຍນອກ ເພື່ອຊຸກຍູ້ຂະບວນການຜະລິດສິນຄ້າດັ່ງກ່າວເປັນຕົ້ນແມ່ນປຸຍ, ວັກຊິນ, ອາຫານສັດ, ເຄື່ອງເບິ່ງແຍງຮັກສາສຸຂະພາບ ທີ່ເພີ່ມຂຶ້ນ ແລະອຸປະກອນເຄື່ອງມືຕ່າງໆເປັນຕົ້ນບວກ ກັບພາວະເສດຖະກິດຂອງໂລກທີ່ຢູ່ໃນພາວະຖົດຖອຍຈຶ່ງສົ່ງຜົນໃຫ້ລາຄາວັດຖຸດິບດັ່ງກ່າວຖືກຜົນກະທົບໄປຕາມໆກັນ.
ຂໍ້ມູນ: ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ
