ອັອສເຕຣເລຍ ມອບເຄື່ອງຟອກໝາກໄຂ່ຫລັງ ໃຫ້ ລາວ

ວັນທີ 1 ກັນຍາ 2022 ທີ່ນະຄອນຫລວງ ວຽງຈັນ, ທ່ານ ແດນ ເຮວເດິນ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳສປປ ລາວ ແລະ ທ່ານນາງ ໂລຢິງຣູ ແຈັກເກີລີນ ຜູ້ຕາງໜ້າອົງການອະນາໄມໂລກ ໄດ້ມອບເຄື່ອງຟອກໝາກໄຂ່ຫລັງ ຈຳນວນ 4 ໜ່ວຍ, ມຸນຄ່າ 1 ຕື້ກີບ (65.000 ໂດລາ) ໃຫ້ແກ່ ສປປ ລາວ ຊຶ່ງຮັບໂດຍທ່ານ ບຸນແຝງ ພູມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ເຄື່ອງດັ່ງກ່າວຈະຖືກສົ່ງຕໍ່ໃຫ້ ໂຮງໝໍແຂວງຄຳມ່ວນ, ສາລະວັນ ແລະ ຈຳປາສັກ. ເຄື່ອງຟອກໝາກໄຂ່ຫລັງ ທັງ 4 ໜ່ວຍ ຈະຊ່ວຍເພີ່ມຄວາມອາດສາມາດໃນການປິ່ນປົວຄົນເຈັບ ທີ່ທຸກທໍລະມານຈາກພະຍາດໝາກໄຂ່ຫລັງ. ນອກຈາກນັ້ນ, ມັນຍັງສາມາດຊ່ວຍໃຫ້ຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ໄດ້ຮັບການຮັກສາແຍກຈາກຄົນເຈັບທົ່ວໄປ ຊຶ່ງໝາຍຄວາມວ່າມັນຈະເປັນການຫລຸດຜ່ອນຄວາມສ່ຽງໃນການແຜ່ພະຍາດໄປສູ່ຜູ້ເຖົ້າ, ຄົນເຈັບ ແລະ ກຸ່ມຄົນທີ່ມີຄວາມສ່ຽງສູງທີ່ຕ້ອງໄປໂຮງໝໍຢູ່ເປັນປະຈຳ.

ທ່ານ ບຸນແຝງ ພູມະໄລສິດ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ລັດຖະບານອົດສະຕຣາລີ ທີ່ໃຫ້ການຊ່ວຍເຫລືອຢ່າງກວ້າງຂວາງ ແລະ ທັນເວລາ, ເນື່ອງຈາກສປປ ລາວ ກຳລັງປະເຊີນກັບການເພີ່ມຂຶ້ນຂອງກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນຊຸມຊົນ ແລະ ຍັງປະເຊີນກັບການເພີ່ມຂຶ້ນຂອງຈຳນວນຄົນເຈັບຈາກພະຍາດໝາກໄຂ່ຫລັງ ແລະ ເບົາຫວານ ຊຶ່ງການຊ່ວຍເຫລືອຄັ້ງນີ້ ຈະຊ່ວຍຮັກສາໄດ້ຫລາຍຊີວິດໃນຫລາຍຊຸມຊົນ ທັງໃນປັດຈຸບັນ ແລະ ໃນອະນາຄົດ.

ທ່ານ ແດນ ເຮວເດິນ ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກດີໃຈຫລາຍ ທີ່ໄດ້ຮັບຮູ້ວ່າເຄື່ອງດັ່ງກ່າວຈະຖືກສົ່ງໄປຍັງບັນດາໂຮງໝໍແຂວງ ທີ່ມີຄວາມຈຳເປັນໃນການໃຊ້ເຄື່ອງຟອກໝາກໄຂ່ຫລັງຫລາຍທີ່ສຸດ ແລະ ຍັງມີທ່າແຮງຈຳກັດ. ການຊ່ວຍເຫລືອດັ່ງກ່າວສາມາດບໍລິການ ໃນເວລາທີ່ຄົນເຈັບຈາກພະຍາດໝາກໄຂ່ຫລັງ ແລະ ຄົນເຈັບ ທີ່ບໍ່ສາມາດເຂົ້າເຖິງການບໍລິການ ຕ້ອງການການປິ່ນປົວທີ່ເໝາະສົມຢ່າງຮີບດ່ວນທີ່ສຸດ. ນອກຈາກນັ້ນ, ໃນໄລຍະຍາວ ພວກເຮົາໄດ້ເຫັນເຖິງການເພີ່ມຂຶ້ນ ຂອງພະຍາດທີ່ເກີດຈາກການໃຊ້ຊີວິດຂອງຄົນ ຢູ່ໃນສປປ ລາວ. ດັ່ງນັ້ນ, ພວກເຮົາຕ້ອງຈື່ໄວ້ວ່າການປ້ອງກັນ ແລະ ການຮັກສາສຸຂະພາບ ຈະເປັນການຮັກສາຊີວິດທີ່ຍືນຍາວ. ຖ້າບໍ່ດັ່ງນັ້ນ, ໂຕເລກຂອງຄົນເຈັບທີ່ມີຄວາມຕ້ອງການໃຊ້ເຄື່ອງຟອກໝາກໄຂ່ຫລັງຈະຍິ່ງເພີ່ມຂຶ້ນເລື້ອຍໆ.

ໃນແຕ່ລະປີ, ສປປ ລາວສູນເສຍປະຊາກອນຫລາຍກວ່າ 30,000 ຊີວິດ ຈາກພະຍາດທີ່ບໍ່ຕິດຕໍ່ເຊັ່ນພະຍາດເບົາຫວານ ຊຶ່ງເກືອບເຄິ່ງໜຶ່ງຂອງຈຳນວນດັ່ງກ່າວ ສາມາດປ້ອງກັນຈາກການເສຍຊີວິດໄດ້.ອີງຕາມການສຳຫລວດຂອງສະຖາບັນພະຍາດເຂດຮ້ອນ ແລະ ສາທາລະນະສຸກສາດ, ກະຊວງສາທາ ລະນະສຸກ ພົບວ່າຈຳນວນ 1 ໃນ 5 ຂອງປະຊາກອນມີລະດັບຄວາມດັນເລືອດເພີ່ມຂຶ້ນ ແລະ 1 ໃນ 10 ຂອງປະຊາກອນມີລະດັບນ້ຳຕານເພີ່ມຂຶ້ນ ຊຶ່ງແມ່ນສັນຍານເຕືອນຂອງພະຍາດໝາກໄຂ່ຫລັງແລະ ເບົາ ຫວານ, ຍິ່ງໄປກວ່ານັ້ນ, ປະຊາກອນສ່ວນຫລາຍບໍ່ໄດ້ຮັບການປິ່ນປົວຈາກພະຍາດດັ່ງກ່າວ.

ການຊ່ວຍເຫລືອໃນຄັ້ງນີ້ ແມ່ນສ່ວນໜຶ່ງຂອງເງິນຊ່ວຍເຫລືອໃນວົງເງິນ 2 ລ້ານໂດລາສະຫະລັດທີ່ລັດຖະບານອົດສະຕຣາລີ ໄດ້ຊ່ວຍເຫລືອຜ່ານອົງການອະນາໄມໂລກ ປະຈຳສປປ ລາວ ເພື່ອປັບປຸງແກ້ໄຂວຽກງານປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19, ວັກຊີນກັນພະຍາດ ໂຄວິດ-19 ແລະ ພະຍາດ ອື່ນໆ, ລວມທັງດ້ານສາທາລະນະສຸກໃນທົ່ວປະເທດ. ການຊ່ວຍເຫລືອດັ່ງກ່າວ ຍັງລວມໄປເຖິງການກວດພະຍາດໂຄວິດ-19 ແລະ ການເຝົ້າລະວັງການແຜ່ລະບາດ, ການສະໜອງວັກຊີນ, ຫ້ອງທົດລອງ, ຄລີ ນິກ ແລະ ການຝຶກອົບຮົມພະນັກງານສາທາລະນະສຸກ.

ຂໍ້ມູນ: ຂປລ

error: Content is protected !!