ລາວ ເລັ່ງສົ່ງເສີມຫົວໜ່ວຍທຸລະກິດ ຫັດຖະກຳຊົນເຜົ່າ ສູ່ຕະຫລາດສາກົນ

ສະມາຄົມຫັດຖະກຳລາວ ຮ່ວມກັບ ບໍລິສັດມິສທິນກ້າວໜ້າລາວ ຈຳກັດ ຈະຈັດງານສັບປະ ດາຫັດຖະກຳຊົນເຜົ່າ(Lao Ethnical Crafts Week), ໃນລະຫວ່າງວັນທີ 8-18 ກັນຍາ 2022 ນີ້, ຢູ່ສູນການຄ້າພາກຊັນ ນະຄອນຫລວງ ວຽງຈັນ ເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ ຫັດຖະກຳຊົນເຜົ່າໃນສປປ ລາວ ໃຫ້ສາມາດຂະຫຍາຍການຕະຫລາດ ນັບມື້ກວ້າງຂວາງ ແລະ ໃຫ້ມີໂອກາດນໍາເອົາຜະລິດ ຕະພັນຂອງຕົນອອກໄປສູ່ຕະຫລາດສາກົນ ກໍຄື ໃຫ້ສາມາດນໍາເອົາສິນຄ້າໄປວາງສະແດງ ແລະ ຂາຍຢູ່ໃນສູນການຄ້າພາກຊັນ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ເນື່ອງຈາກວ່າສູນການຄ້າພາກຊັນ ເປັນສູນການຄ້າທີ່ມີເຄືອຂ່າຍກວ້າງຂວາງ ແລະ ມີເຖິງ 100 ກວ່າສາຂາ ໃນທົ່ວໂລກ, ທັງມີສາຂາຍ່ອຍຢູ່ໃນຫລາຍປະເທດອີກດ້ວຍ.

ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ ໄດ້ຖະແຫລງຂ່າວ ໃນວັນທີ 4 ກັນຍາ 2022 ຜ່ານມານີ້ ວ່າ: ການຈັດງານ ສັບປະດາຫັດຖະກໍາຊົນເຜົ່າໃນຄັ້ງນີ້, ແນໃສ່ສ້າງຂະບວນການສະເຫລີມສະຫລອງ “ວັນຫັດຖະກຳລາວ 1 ພະຈິກ”, ພ້ອມທັງສະເຫລີມສະຫລອງການສ້າງຕັ້ງສະ ມາຄົມຫັດຖະກຳລາວ ຄົບຮອບ 25 ປີ, ທັງເປັນການກະກຽມໃຫ້ແກ່ການຈັດງານ “ມະຫາກຳສີມືຫັດຖະ ກຳລາວ ຄັ້ງທີ 21” ທີ່ຈະໄດ້ຈັດຂຶ້ນໃນທ້າຍເດືອນຕຸລາ 2022 ທີ່ຈະມາເຖິງນີ້, ທັງເປັນການປະກອບ ສ່ວນອະນຸລັກ ແລະ ສົ່ງເສີມວຽກງານຫັດຖະກຳໃນຂອບເຂດທົ່ວປະເທດ, ຕໍ່ຍອດມູນເຊື້ອຫັດຖະກຳຂອງຮຸ່ນປູ່ຍ່າຕາຍາຍ ໃຫ້ມີຄວາມຍືນຍົງຢູ່ຄູ່ກັບຊາວລາວເຮົາຕະຫລອດໄປ. ພ້ອມນັ້ນ, ຍັງເປັນການຍົກລະດັບປະສົບການດ້ານການວາງສະແດງ ແລະ ການຂາຍ ໃຫ້ແກ່ບັນດາຊາວຊ່າງ ແລະ ຫົວໜ່ວຍທຸລະກິດດ້ານຫັດຖະກຳ ໃຫ້ໄດ້ຮັບບົດຮຽນ ແລະ ປະສົບການ ໃນການປັບປຸງການຂາຍໃຫ້ເປັນລະບົບແບບມືອາຊີບ, ທັງເປັນການເປີດໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົມ, ທ່ຽວຊື້ ໄດ້ພົບໄດ້ເຫັນຄວາມຫລາກຫລາຍຂອງເຄື່ອງຫັດຖະກຳຊົນເຜົ່າ ໃນສປປ ລາວ, ສ້າງຄວາມປະທັບໃຈ ແລະ ຫລົງໄຫລໃນຄວາມມະຫັດສະຈັນຂອງສີໄມ້ລາຍມື ຂອງນາຍຊ່າງຫັດຖະກຳລາວ.

ບັນດາຜະລິດຕະພັນຫັດຖະກໍາຊົນເຜົ່າ ທີ່ຈະນໍາມາວາງສະແດງ ແລະ ຂາຍ ໃນງານສັບປະດາຫັດຖະກຳຊົນເຜົ່າໃນຄັ້ງນີ້, ປະກອບດ້ວຍ 8 ພວກສ່ວນຍ່ອຍ ເປັນຕົ້ນ ແຜ່ນແພ ແລະ ເຄື່ອງນຸ່ງຊົນເຜົ່າ; ເຄື່ອງປະດັບ; ເຄື່ອງຈັກສານ; ເຄື່ອງປັ້ນດິນເຜົາ; ຮູບແຕ້ມ, ໄມ້ແກະສະຫລັກ; ອາຫານສໍາເລັດຮູບພື້ນເມືອງ; ເສື້ອຜ້າ-ລາຄາໂຮງງານ, ສິນຄ້າ ໂອດັອບລາວ(ODOP) ເເລະ ອື່ນໆ ທີ່ກ່ຽວກັບຫັດຖະ ກຳ ຊົນເຜົ່າ.

ສຳລັບ ຜູ້ທີ່ເຂົ້າຮ່ວມງານຍັງສາມາດເຂົ້າຮ່ວມກິດຈະກຳຕ່າງໆ ເປັນຕົ້ນ ລົງທະບຽນ ເພື່ອຮັບຂອງລາງວັນໃນແຕ່ລະວັນ, ພ້ອມນັ້ນ, ແຕ່ລະຮ້ານວາງສະແດງຍັງສາມາດຮັບລາງວັນຍອດນິຍົມໄດ້ ໂດຍຜ່ານການນັບຄະແນນຍອດຂາຍ, ພ້ອມທັງ ຈະຈັດລາງວັນຮ້ານດີເດັ່ນໃນການຂາຍດີອັນດັບ 1, ມີການສະ ແດງ ຈາກອາສາສະໝັກຫລາຍພາກສ່ວນ ແລະ ໃນວັນທີ 11 ກັນຍາ 2022 ເປັນມື້ປະກວດການແຕ່ງກາຍພື້ນເມືອງລາວ (ອາພອນຊົນເຜົ່າ) ເພື່ອຊີງເອົາລາງວັນ ແລະ ອື່ນໆ.

ໂອກາດດຽວກັນ, ທ່ານນາງ ອານິດ ສີວິໄຊ ປະທານບໍລິສັດທະແວວ ພັດທະນາກະສິກຳຄົບວົງຈອນ ແລະ ຜະລິດຕະພັນລາວ, ທັງເປັນຮອງປະທານ ບໍລິສັດ ມິສທີນກ້າວໜ້າລາວ ຈຳກັດ ກ່າວວ່າ: ຈຸດປະສົງ ຂອງການຈັດງານສັບປະດາຫັດຖະກຳຊົນຊົນເຜົ່າ ໃນຄັ້ງນີ້, ເພື່ອສົ່ງເສີມສິນຄ້າລາວຂອງທຸກຊົນຊາດ, ຊົນເຜົ່າເຂົ້າສູ່ຕະຫລາດໂລກ ແລະ ເພີ່ມມູນຄ່າໃຫ້ກັບສິນຄ້າທີ່ດີມີຄຸນນະພາບອີກດ້ວຍ, ທັງເປັນການ ນຳສິນຄ້າຂອງເຜົ່າລາວທຸກເຜົ່າ ມາລວມກັນໃຫ້ເປັນບ່ອນໂຊຂາຍ, ສ້າງຄວາມໝັ້ນໃຈໃຫ້ກັບລູກຄ້າ, ຍົກສູງລາຄາສິນຄ້າທີ່ເຮັດດ້ວຍມື ແລະ ເປັນຈຸດເດັ່ນ ຂອງວັດຖຸດິບທຳມະຊາດ ທີ່ບ້ານເຮົາຍັງມີຫລາກຫລາຍທີ່ນຳມາຜະລິດເປັນສິນຄ້າ ເພື່ອຈຳໜ່າຍໃຫ້ແຂກ ທັງພາຍໃນແລະ ຕ່າງປະເທດ. ພ້ອມນັ້ນ, ພວກເຮົາ ຍັງໄດ້ເປີດໂອກາດໃຫ້ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຮ່ວມໃນງານເພື່ອຕໍ່ຍອດໃຫ້ແກ່ ປະຊາຊົນບັນດາເຜົ່າ ໄດ້ພົບຄູ່ຄ້າຈາກຕ່າງປະເທດ.

ຂ່າວ: ກິດຕາ

ພາບ: ຂັນໄຊ (ຂປລ)

error: Content is protected !!