ປກສ ແຂວງ ວຽງຈັນ ປະກາດຫາເຈົ້າຂອງລົດຈັກທີ່ຖືກລັກ ໃຫ້ນໍາເອກະສານມາຢັ້ງຢືນ ເພື່ອຮັບລົດຄືນ

ກອງບັນຊາການ ປກສ ແຂວງ ວຽງຈັນ ຂໍແຈ້ງມາຍັງພະນັກງານ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍ ຕະຫຼອດຮອດພໍ່-ແມ່ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຊາບວ່າ: ໃນຄັ້ງວັນທີ17 ສີງຫາ 2022 ເຈົ້າ ຫນ້າທີ່ ວິຊາສະເພາະ ປກສ ແຂວງ ວຽງຈັນ ໄດ້ກັກລົດຈັກ ຈໍານວນ 06 ຄັນຄື:

1) ລົດຈັກຍີ່ຫໍ້ ຮອນດາເວບ 100 ສີຂຽວ-ດໍາ, ເລກຈັກHA15E 2031570, ເລກຖັງ RP2HA 1500 HC 031570 ທະບຽນ ດນ 1812 ກໍາແພງ.

2) ລົດຈັກຍີ່ຫໍ້ ຮອນດາ ເວບ 100 ສີຟ້າ-ດໍາ, ເລກຈັກHA15E 2116707, ເລກຖັງ RP2HA 1500 HC 116707 ທະບຽນ ດມ 6966 ກໍາແພງ.

03) ລົດຈັກຍີ່ຫໍ້ ຮອນດາ ເວບ 100 ສີ ຟ້າ-ດໍາ, ເລກຈັກNF 100 – 8361135 ເລກຖັງNF100E-836 1135 (ບໍ່ຕິດປ້າຍທະບຽນ).

4) ລົດຈັກຍີ່ຫໍ້ ຮອນດາ ເວບ 100 ສີ ຟ້າ-ດໍາ, ເລກຈັກHA15E 2352940, ເລກຖັງ RP2HA 1500 HC 352940 ທະບຽນ ຕຈ 5639 ກໍາແພງ.

5) ລົດຈັກຍີ້ຫໍ້ ຮອນດາ ເວບ100 ສີຂຽວ-ດໍາ, ເລກຈັກ HA15E2888617,ເລກຖັງ RP2HA 1500 HA 888617 (ບໍ່ຕິດປ້າຍທະບຽນ).

06. ລົດຈັກຍີ່ຫໍ້ ຮອນດາ ເວບ 100 ສີຂຽວ-ດໍາ, ເລກຈັກ NF 100-8160207, ເລກຖັງ NF 100E-8160207, ທະບຽນ ຈຈ 2661 ວຽງຈັນ.

ຜ່ານການກວດກາ, ເກັບກໍາຂໍ້ມູນຫຼັກຖານຕົວຈິງຂອງເຈົ້າຫນ້າທີ່ວິຊາສະເພາະ ປກສ ແຂວງ ວຽງຈັນ ເຫັນວ່າ: ລົດຈັກຈໍານວນ 06 ນັ້ນ ແມ່ນບໍ່ມີເອກະສານທະບຽນລົດທີ່ຢັ້ງຢືນເຖິງຄວາມຖືກຕ້ອງຕິດລົດມານຳ ແລະ ກໍ່ຍັງບໍ່ສາມາດຮູ້ໄດ້ເຈົ້າຂອງລົດຈັກຈໍານວນດັ່ງກ່າວ, ຖ້າບຸກຄົນໃດຫາກສົງໃສ ຫຼື ມີເອກະສານຢັ້ງຢືນວ່າເປັນລົດຂອງຕົນເອງ ໃຫ້ນໍາເອົາເອກະສານທີ່ກ່ຽວຂ້ອງມາພົວພັນຢູ່ ປກສ ແຂວງ ວຽງຈັນ (ຫ້ອງຕໍາຫຼວດ) ພັທ ເສົາສຸລີ ບຸດດາທຳ 020 5511 8833, ໃນເວລາໂມງລັດຖະການ, ກໍານົດ 60 ວັນ ນັບແຕ່ມື້ອອກແຈ້ງການເປັນຕົ້ນໄປ ຖ້າຫາກກາຍກໍານົດເວລາຖືວ່າສະຫຼະສິດ ລົດຈັກຈໍານວນດັ່ງກ່າວຈະຖືກຍຶດເປັນຂອງລັດຕາມລະບຽບການ, ດັ່ງນັ້ນ ຈຶ່ງແຈ້ງມາຍັງພະນັກງານ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍ ຕະຫຼອດຮອດພໍ່-ແມ່ ປະຊາຊົນ ບັນດາເຜົ່າເພື່ອຮັບຊາບ.

ແຫຼ່ງຂໍ້ມູນ: ປກສ ແຂວງ ວຽງຈັນ

error: Content is protected !!