
ພາຍຫລັງນ້ຳຖ້ວມ ໄດ້ບົກແຫ້ງລົງກໍໄດ້ມີຫລາຍພາກສ່ວນໄດ້ນຳເອົາວັດຖຸປັດໃຈເປັນຕົ້ນແມ່ນເຄື່ອງນຸ່ງຫົ່ມ, ເຂົ້າສານອາຫານແຫ້ງ, ນ້ຳດື່ມ ແລະ ເຄື່ອງໄຊ້ໃນຄົວເຮືອນທີ່ຈຳເປັນໄປມອບໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບ ເພື່ອແບ່ງເບົາຄວາມທຸກຂອງເພື່ອນມະນຸດດ້ວຍກັນ.
ໃນຕອນເຊົ້າຂອງວັນທີ 1 ກັນຍາ ປີ 2022 ນີ້ ຮ້ານເພັດແອເຢັນ ຂາຍເຄື່ອງແອທຸກປະເພດ ແລະ ຕິດຕັ້ງແອຄົບວົງຈອນ ພ້ອມດ້ວຍຄອບຄົວ ໄດ້ນຳເອົາເຄື່ອງທີ່ຈຳເປັນຈຳນວນໜຶ່ງໄປມອບໃຫ້ຄອບຄົວຜູ້ຖືກຜົນກະທົບຢູ່ສາມບ້ານຄື: ບ້ານສາມັກຄີໄຊ, ບ້ານໂພນໄຊ (ຫລັກ17) ແລະ ບ້ານຫ້ວຍຫລາ ເມືອງຫລາ ແຂວງອຸດົມໄຊ ລວມມູນຄ່າຈຳນວນ ຫ້າລ້ານກວ່າກີບ. ທັງນີ້ກໍເພື່ອເປັນການຊ່ວຍເຫລືອຜູ້ທີ່ໄດ້ຮັບຜົນກະທົບ ໄດ້ກັບຄືນມາດໍາລົງຊີວິດເປັນປົກກະຕິໄດ້.


ຂ່າວ: ຈຳພອນ
