ດ່ານໜອງນົກຂຽນ ປະຕິບັດມາດຕະການ ຂອງຄະນະສະເພາະກິດ ຢ່າງເຂັ້ມງວດ

ຕາມການສຳພາດຈາກ ທ່ານ ພັນໂທ ດວງສົມພອນ ເພັງມະນີ ຫົວໜ້າດ່ານ ຕມ ໜອງນົກຂຽນ, ເມືອງ ໂຂງ ແຂວງ ຈໍາປາສັກ ໃຫ້ຮູ້ວ່າ: ສະພາບການເດີນທາງ ເຂົ້າ-ອອກ ຢູ່ດ່ານໜອງນົກຂຽນ ລາວ ແລະ ດ່ານຕຣາປຣຽງກຽນ ຂອງ ກໍາປູເຈຍ ແມ່ນປະຕິບັດຕາມແຈ້ງການຂອງຄະນະສະເພາະກິດວາງອອກ ຢ່າງເຂັມງວດ ເຊິ່ງຜູ້ເດີນທາງອອກ ລາວ ແມ່ນສາມາດອອກໄດ້ ຕາມປົກກະຕິ ແຕ່ຜູ້ທີ່ຈະເດີນທາງເຂົ້າມາຕ້ອງໄດ້ຮັບອະນຸຍາດຈາກສະເພາະກິດຂັ້ນສູນກາງກ່ອນ ໂດຍອີງຕາມນະໂຍບາຍຜ່ອນຜັນແຕ່ລະໄລຍະ, ສໍາລັບຜູ້ທີ່ໄດ້ຮັບອະນຸຍາດ ເຂົ້າ-ອອກ ຫລາຍເທື່ອ ຫຼື ເດີນທາງເປັນປະຈໍາຈະໄດ້ຮັບອານຸຍາດໃຫ້ເຂົ້າໄດ້ເລີຍ.

ທ່ານ ພັນໂທດວງສົມພອນ ເພັງມະນີ ຍັງໃຫ້ຮູ້ອີກວ່າ: ກ່ອນການລະບາດຂອງພະຍາດ ໂຄວິດ-19 ແຕ່ລະປີມີຜູ້ເດີນທາງເຂົ້າ-ອອກດ່ານນີ້ປະມານ 10,000 ກວ່າຄົນ, ແຕ່ພາຍຫລັງມີສະພາບການລະບາດ ພະຍາດເກີດຂຶ້ນແລ້ວ ຈໍານວນຜູ້ເດີນທາງຜ່ານດ່ານນີ້ໄດ້ຫລຸດລົງຢ່າງຫລວງຫລາຍ ມີແຕ່ນັກທຸລະກິດ ແລະ ວິຊາການທີ່ມີຄວາມຈໍາເປັນເທົ່ານັ້ນຈຶ່ງສາມາດຜ່ານດ່ານນີ້ໄດ້, ສ່ວນນັກທ່ອງທ່ຽວແມ່ນບໍ່ມີເລີຍ.

ໂອກາດດຽວກັນ, ທ່ານ ແຫວນເພັດ ນາກວາງ ຮອງຫົວໜ້າດ່ານ ໜອງນົກຂຽນ ກໍໄດ້ໃຫ້ຮູ້ວ່າ: ການລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ການຄ້າຊາຍແດນຢ່າງໜັກໜ່ວງ ປີຜ່ານມາດ່ານສາມາດສ້າງລາຍຮັບໄດ້ ປະມານ 7 ຕື້ກວ່າກີບ ໃນນັ້ນສິນຄ້າທີ່ຜ່ານດ່ານປະກອບມີ: ເຫລັກເສັ້ນ, ຖ່ານຫີນ, ເຄື່ອງອຸປະໂພກ, ກາເຟ, ຜັກ ແລະໝາກໄມ້. ແຕ່ໃນປີ 2022 ນີ້ ດ່ານສາມາດສ້າງລາຍຮັບໄດ້ພຽງ 500 ລ້ານກວ່າກີບເທົ່ານັ້ນ, ສາເຫດທີ່ລາຍຮັບຫລຸດລົງ ແມ່ນຍ້ອນ ປະຕິບັດຕາມມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ແຫຼ່ງຂໍ້ມູນ: ຂປລ

error: Content is protected !!