ສປຊ ປະກາດຈຸດສຸມກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 77

ຕາມ​ຂ່າວ​ຈາກ VOVWORLD, ກອງປະຊຸມ ສະມັດ ຊາໃຫຍ່ ສປຊ ຊຸດທີ 77 ​ໂດຍຈຸດພົ້ນເດັ່ນ ສຳຄັນ ຂອງເຫດການ, ຈະຈັດຂຶ້ນ ໃນ​ເດືອນ ກັນຍານີ້, ດ້ວຍການ ເຂົ້າຮ່ວມ ຂອງປະມຸກລັດ ແລະ ການນຳ ຈາກບັນດາ ປະເທດ ທົ່ວໂລກ ຫລາຍຮ້ອຍຄົນ ​ໂດຍ​ເນັ້ນ​ໃສ່ ປຶກສາ​ ຫາລື​ ດ້ານ ການ ສຶກສາ, ບັນດາ ເປົ້າໝາຍ ພັດທະນາ ແບບຍືນຍົງ, ສິດຂອງຊາວເຜົ່າ ສ່ວນໜ້ອຍ ​ແລະ ດ້ານ​ອື່ນໆ​ອີກ. ຈາກ​ນັ້ນ ທ່ານ Csaba Korosi, ປະທານ ສະມັດຊາໃຫຍ່ ຄົນໃໝ່ ຈະດຳລົງ ຕຳແໜ່ງ ແທນ ທ່ານ Abdulla Shahid, ປະທານ ສະມັດ ຊາໃຫຍ່ ຊຸດທີ 76. ພິເສດ, ກອງປະຊຸມ ສະມັດ ຊາໃຫຍ່ ຊຸດທີ 77 ປີນີ້ ຈະມີ ສັບປະດາ ບັນດາ ເປົ້າໝາຍ ທົ່ວໂລກ ເຊິ່ງໄດ້ ຈັດຂຶ້ນ ດ້ວຍຮູບແບບ ທາງໄກ ແລະ ເຊິ່ງໜ້າ ແຕ່ວັນທີ 16 – 25 ກັນຍານີ້ ເພື່ອແນໃສ່ ຈຸດປະສົງ ຊຸກຍູ້ ບັນດາ ເປົ້າໝາຍລວມ ຂອງໂລກ.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

error: Content is protected !!