
ໃນວັນທີ 1 ກັນຍາ 2022 ທີ່ຜ່ານມາ, ພາຍຫລັງມີແຈ້ງການກ່ຽວກັບການປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ສະບັບເລກທີ 1163/ອຄ, ລົງວັນທີ 01 ກັນຍາ 2022 ເຊິ່ງການປັບຂຶ້ນລາຄາໃນຄັ້ງນີ້ ແມ່ນເລີ່ມປະຕິບັດແຕ່ 06:00 ໂມງ ຂອງວັນທີ 02 ກັນຍາ 2022.
ສະນັ້ນ, ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າ ລົງຕິດຕາມກວດກາ ການບໍລິການຈໍາໜ່າຍນໍ້າມັນເຊື້ອໄຟ ຂອບເຂດນະຄອນຫຼວງ ວຽງຈັນ.

ຈຸດປະສົງຂອງການລົງກວດກາ ແມ່ນເພື່ອເປັນການຕິດຕາມກວດກາ ແລະ ປ້ອງກັນການສວຍໂອກາດກັກຕຸນສິນຄ້າ (ປະເພດນໍ້າມັນເຊື້ອໄຟ) ເພື່ອລໍຖ້າຂາຍເກງກໍາໄລ ທັງເປັນການເອົາລັດເອົາປຽບຜູ້ຊົມໃຊ້ ເຊິ່ງການລົງຕິດຕາມຕົວຈິງ ແມ່ນໄດ້ເລີ່ມແຕ່ເວລາ 16:30-19:30 ຕາມເສັ້ນທາງ ໄກສອນ ຫາ ຫລັກ 21 ເຫັນວ່າມີຫລາຍປໍ້າ ໂດຍສະເພາະປໍ້ານໍ້າມັນເຊື້ອໄຟລາວ ແມ່ນໄດ້ເປີດໃຫ້ບໍລິການປົກກະຕິ.
ສ່ວນປໍ້າ ປຕທ ໂພນໄຊ, ໂພນພະເນົາ ແມ່ນໄດ້ຢຸດໃຫ້ບໍລິການ ສາເຫດແມ່ນນໍ້າມັນໄດ້ຂາຍໝົດແລ້ວ ແລະ ບໍລິສັດແມ່ຍັງບໍ່ສາມາດສະໜອງນ້ຳມັນສົ່ງໃຫ້ໄດ້ ໃນໄລຍະດັ່ງກ່າວ.
ແຫຼ່ງຂໍ້ມູນ: https://laoedaily.com.la/
