
ໃນວັນທີ 31 ສິງຫາ ຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ(ບໍ່ຄຳ-ທອງ ເຊໂປນ), ພ້ອມທັງໂອ້ລົມ ແລະ ໃຫ້ທິດຊີ້ນໍາໃນການເຄື່ອນໄຫວ ຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານຂະຫຍາຍຖານລາຍຮັບ ຕິດພັນກັບວາລະແຫ່ງຊາດ ຢູ່ແຂວງສະຫວັນນະເຂດ.
ການເຄື່ອນໄຫວຄັ້ງນີ້, ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມຄະນະນ ໄດ້ຢ້ຽມຢາມສະຖານທີ່ຫ້ອງເຮັດວຽກຂອງ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ(ບໍ່ຄຳ-ທອງ ເຊໂປນ) ແລະ ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການດໍາເນີນທຸລະກິດດັ່ງກ່າວ, ພ້ອມນັ້ນ ບໍລິສັດກໍໄດ້ມອບພັນທະໃຫ້ລັດຖະບານຈໍານວນ 10,6 ລ້ານກວ່າໂດລາສະຫະລັດ, ໃນນີ້ ພາສີຊັບພະ ຍາກອນແຮ່ທາດຈໍານວນ 4,7 ລ້ານກວ່າໂດລາສະຫະລັດ ແລະ ເງິນປັນຜົນເກືອບ 6 ລ້ານໂດລາສະຫະລັດ ຕາງໜ້າມອບໂດຍ ທ່ານຜູ້ອໍານວຍການໃຫຍ່ບໍລິສັດຝ່າຍລາວ ແລະຕາງໜ້າຮັບແມ່ນ ທ່ານຫົວກົມຄຸ້ມຄອງຊັບແຫ່ງລັດ ແລະ ທ່ານຮອງຫົວໜ້າກົມສ່ວຍສາອາກອນ, ຈາກນັ້ນ, ກໍໄດ້ສືບຕໍ່ຢ້ຽມຢາມຈຸດຂຸດຄົ້ນຄໍາ ແລະ ໂຮງງານຫລອມຄໍາ ເພື່ອເບິ່ງ ວິທີການຜະລິດຕົວຈິງ ແຕ່ລະຂັ້ນຕອນ.

ໃນຕອນບ່າຍວັນດຽວກັນ, ຢູ່ພະແນກການເງິນແຂວງສະຫວັນນະເຂດ, ທ່ານ ບຸນໂຈມ ອຸບົນປະເສີດ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາໃນການເຄື່ອນໄຫວຊຸກຍູ້ການຈັດຕັ້ງປະ ຕິບັດວຽກງານຂະຫຍາຍຖານລາຍຮັບ ຕິດພັນກັບວາລະແຫ່ງຊາດ ຢູ່ແຂວງສະຫວັນນະເຂດ ໂດຍໄດ້ຮັບຟັງລາຍງານກ່ຽວກັບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະ ຈຳປີ 2022 ໂດຍສະເພາະ ສະພາບການປະຕິບັດແຜນງົບປະມານແຫ່ງລັດປະຈຳ 8 ເດືອນປີ 2022 ແລະ ແຜນການ 4 ເດືອນທ້າຍປີ ເຊິ່ງມີໂອກາດອັນເອື້ອອຳນວຍ, ສິ່ງທ້າ ທາຍ ແລະ ຜົນກະທົບຫລາຍຢ່າງ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ IX ຂອງລັດຖະບານ ກໍຄື ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ -ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງສະຫວັນນະເຂດ. ແຕ່ວ່າອີງໃສ່ມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງລັດຖະບານ ໂດຍສະເພາະຄຳສັ່ງເລກທີ18/ນຍ, ວາລະແຫ່ງຊາດຂອງແຂວງສະຫວັນນະເຂດ ສະບັບເລກທີ2626/ຈຂ, ພະ ແນກການເງິນແຂວງພ້ອມດ້ວຍ 3 ຂະແໜງສາຍຕັ້ງ ໄດ້ເອົາໃຈໃສ່ບຸກບືນໃນການຈັດເກັບລາຍຮັບໃນ 7 ເດືອນຕົ້ນປີ 2022 ສາມາດຈັດເກັບລາຍຮັບປະຕິບັດຮອດວັນທີ 30 ສິງຫາ 2022 ປະຕິບັດໄດ້ທັງໝົດ 1.091,15 ຕື້ກີບ ເທົ່າກັບ 64,71% ຂອງແຜນການປີ, ສ່ວນລາຍຈ່າຍຮອດວັນທີ 30 ສິງຫາ 2022 ປະຕິບັດໄດ້ 510,44 ຕື້ກີບ, ເທົ່າກັບ 62,29%ຂອງແຜນການປີ.
ສຳລັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການຫັນເປັນທັນສະໄໝ ຂອງຂະແໜງການເງິນແຂວງສະຫວັນນະເຂດ ໃນໄລຍະຜ່ານມາ ສຸມໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ໄດ້ກໍານົດໄວ້ໃນຄໍາສັ່ງເລກທີ18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງລັດ; ຫັນເອົາແຜນຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນຂອງແຂວງເຂົ້າສູ່ຕົວຈິງ ໂດຍສະເພາະການຫັນເປັນທັນສະໄໝຂອງຂະແໜງການເງິນ ເພື່ອສູ້ຊົນຈັດເກັບລາຍຮັບງົບປະມານ ໃຫ້ສາມາດບັນລຸຕາມຕົວເລກແຜນການ, ລື່ນແຜນການໃນແຕ່ລະປີ ເພື່ອກ້າວໄປສູ່ເຮັດໃຫ້ລາຍຮັບພູດຂອງແຂວງ ກຸ້ມລາຍຈ່າຍພາຍໃນແຂວງ.

ໂອກາດດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວທີ່ແຂວງ ກໍຄື ພະແນກການເງິນ ປະຕິບັດໄດ້ໃນໄລຍະ 7 ເດືອນຕົ້ນປີ 2022, ພ້ອມທັງໄດ້ເນັ້ນບາງບັນຫາ ເປັນຕົ້ນ ສືບຕໍ່ເພີ່ມທະວີຍົກສູງນໍ້າໃຈຮັກຊາດ, ນໍ້າໃຈສາມັກຄີ, ນໍ້າໃຈເສຍສະລະ ແລະ ປະຢັດມັດທະຍັດ ເພື່ອພ້ອມກັນສູ້ຊົນຜ່ານຜ່າວິກິດການທີ່ກໍາລັງປະເຊີນໃນປັດຈຸບັນ, ພ້ອມນີ້ຍັງໄດ້ແນະນໍາໃນການພັດທະນາວຽກງານບຸກຄະລາກອນ, ການກໍານົດແຜນກໍ່ສ້າງພະນັກງານນໍາພາຄຸ້ມຄອງໃ ນຂະແໜງການເງິນ, ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ ໃຫ້ມີຄຸນນະພາບໃນການເຮັດໜ້າທີ່ບົນພື້ນ ຖານຕາມລະບຽບຫລັກການ ຮັບປະກັນການຄຸ້ມຄອງເກັບລາຍຮັບໃຫ້ຄົບຖ້ວນ ແລະ ໂປ່ງໃສ. ພ້ອມນີ້, ທ່ານຍັງໄດ້ແນະນໍາໃຫ້ເຈົ້າໜ້າທີ່ຂະແໜງການການເງິນ ກໍຄື ກົມທີ່ກ່ຽວຂ້ອງຈົ່ງປະສານສົມທົບກັບຜູ້ປະກອບການທຸລະກິດ ເພື່ອເຮັດໜ້າທີ່ດ້ວຍຄວາມໂປ່ງໃສຫລີກລ້ຽງການສວຍໂອກາດໃນການລັກລອບນໍາເຂົ້າ ແລະ ສົ່ງອອກສິນຄ້າທີ່ບໍ່ຖືກຕ້ອງ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ສ້າງເງື່ອນໄຂສະດວກໃນການຄຸ້ມຄອງ, ການຈັດເກັບລາຍຮັບງົບປະມານໃຫ້ເຂົ້າສູ່ລະບົບທັນສະໄໝ ແລະ ດ້ວຍຄວາມໂປ່ງໃສ.
ຂ່າວ-ພາບ: ກະຊວງການເງິນ