ຄໍາມ່ວນ ຕິດອັນດັບ 1 ແຂວງ ທີ່ມີນັກທ່ອງທ່ຽວໄປຫຼາຍສຸດ ໃນ 6 ເດືອນຕົ້ນປີ 2022

ໃນ 6 ເດືອນຕົ້ນປີ 2022 ສປປ ລາວ ມີນັກທ່ອງທ່ຽວພາຍໃນເຂົ້າແຂວງເຖິງ 756.338 ຄົນ ແລະ ນັກທ່ອງທ່ຽວເຂົ້າປະເທດ 211,971 ຄົນ, ແຂວງທີ່ນັກທ່ອງທ່ຽວໄປຫຼາຍສຸດ ແມ່ນແຂວງຄຳມ່ວນ ຈຳນວນ 161,092 ຄົນ, ຮອງລົງມາສະຫວັນນະເຂດ 120,357 ຄົນ.

ໃນ 6 ເດືອນຕົ້ນປີ 2022 ສປປ ລາວ ມີນັກທ່ອງທ່ຽວພາຍໃນເຂົ້າແຂວງເຖິງ 756,338 ຄົນ ແລະ ນັກທ່ອງທ່ຽວເຂົ້າປະເທດ 211,971 ຄົນ, ແຂວງທີ່ນັກທ່ອງທ່ຽວໄປຫຼາຍສຸດ ແມ່ນແຂວງ ຄຳມ່ວນ ຈຳນວນ 161,092 ຄົນ, ຮອງລົງມາ ສະຫວັນນະເຂດ 120,357 ຄົນ.

ແຕ່ພາຍທີ່ສະຖານະການຂອງການແຜ່ລະບາດພະຍາດ ໂຄວິດ-19 ເບົາບາງລົງ, ປະຊາຊົນໄດ້ຮັບການສັກວັກຊິນປ້ອງກັນ ແລະ ໄດ້ມີການເປີດປະເທດ ໃນວັນທີ 9 ພຶດສະພາ 2022, ພາຍຫຼັງທີ່ລັດຖະບານໄດ້ເປີດປະເທດຕ້ອນຮັບນັກທ່ອງທ່ຽວຢ່າງເປັນທາງການ, ດ້ານໂຕເລກນັກທ່ອງທ່ຽວໃນ 6 ເດືອນຕົ້ນປີ 2022ນີ້ ໄດ້ມີຈໍານວນນັກທ່ອງທ່ຽວພາຍໃນທ່ອງທ່ຽວຫຼາຍກວ່າ 756,338 ຄົນ ແລະ ພາຍນອກ (ນັກທ່ອງທ່ຽວເຂົ້າປະເທດ) ກວ່າ 211,971 ຄົນ.

ອີງຕາມຂໍ້ມູນຈາກ ພະແນກສະຖິຕິ ແລະ ວິໄຈການທ່ອງທ່ຽວ, ກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2022 ມີຈໍານວນນັກທ່ອງທ່ຽວພາຍໃນເຂົ້າບັນດາແຂວງທົ່ວປະເທດທ່ອງທ່ຽວເຖິງ 756,338 ຄົນ ແລະ ແຂວງທີ່ນັກທ່ອງທ່ຽວເດີນທາງໄປຫຼາຍທີ່ສຸດ ແມ່ນແຂວງຄໍາມ່ວນ ທີ່ມີເຖິງ 161,092 ຄົນ ແລະ ໂຕເລກແຕ່ລະແຂວງທີ່ມີນັກທ່ອງທ່ຽວເຂົ້າມີລາຍລະອຽດດັ່ງນີ້: ແຂວງອັດຕະປື ມີ 24,565 ຄົນ, ບໍ່ແກ້ວ 1,113 ຄົນ, ບໍລິຄໍາໄຊ 11.512 ຄົນ, ຈໍາປາສັກ 15,492 ຄົນ, ຫົວພັນ 6.,905 ຄົນ, ຄໍາມ່ວນ 161,092 ຄົນ, ຫຼວງນໍ້າທາ 19,254 ຄົນ, ຫຼວງພະບາງ 98.470 ຄົນ, ອຸດົມໄຊ 106,743ຄົນ, ຜົ້ງສາລີ 18,774 ຄົນ, ສາລະວັນ 47,485 ຄົນ, ສະຫວັນນະເຂດ 120,357 ຄົນ, ເຊກອງ 10,504 ຄົນ, ແຂວງ ວຽງຈັນ 71,110 ຄົນ, ນະຄອນຫຼວງ ວຽງຈັນ 8,293 ຄົນ, ໄຊສົມບູນ 7,325 ຄົນ, ໄຊຍະບູລີ 4,239 ຄົນ ແລະ ແຂວງຊຽງຂວາງ 23,105 ຄົນ ທັງໝົດ 18 ແຂວງມີຈໍານວນນັກທ່ອງທ່ຽວພາຍໃນເຂົ້າແຂວງໃນ 6 ເດືອນຕົ້ນປີ ຈຳນວນ 756,338 ຄົນ ເຊິ່ງເດືອນທີ່ມີຈໍານວນນັກທ່ອງທ່ຽວຫຼາຍທີ່ສຸດແມ່ນ ເດືອນເມສາເຖິງ 174,860 ຄົນ.

ສໍາລັບຕົວເລກນັກທ່ອງທ່ຽວຈາກພາຍນອກເຂົ້າປະເທດ ( ຕ່າງປະເທດ) ໃນ 6 ເດືອນຕົ້ນປີ ແມ່ນມີຈໍານວນ 211.971 ຄົນ ຈາກ ອາຊຽນ 199,038 ຄົນ, ເອເຊຍ ແລະ ປາຊີຟິກ 8,356 ຄົນ, ເອີຣົບ 2,446 ຄົນ, ທະວີບ ອາເມຣິກາ 1,888 ຄົນ, ອັບຟຣິກາ ແລະ ຕາເວັນອອກກາງ 243 ຄົນ.

ແຫຼ່ງຂໍ້ມູນ: https://laoedaily.com.la/

error: Content is protected !!