ເພື່ອຮັບມືໃນໄລຍະເປີດສົກຮຽນໃໝ່ ວັນທີ 1 ກັນຍາ 2022 ໃຫ້ການສັນຈອນມີຄວາມຄ່ອງຕົວ, ຫຼຸດຜ່ອນຄວາມແອອັດສັບສົນໃນທ້ອງຖະໜົນ ເວົ້າສະເພາະຕາມຈຸດສາມແຍກ, ສີ່ແຍກ,ວົງວຽນ,ເຂດສຳນັກງານຫ້ອງການ ແລະ ຊຸມຊົນຄົນຫຼາຍ ຫຼື ນັກຂັບຂີ່ຜູ້ໃຊ້ລົດໃຊ້ຖະໜົນໄປສົ່ງບຸດຫຼານຂອງຕົນເຂົ້າໂຮງຮຽນ.
ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ນວ ຈຶ່ງມີການຮອງຮັບ ສົມທົບກັບກອງຮ້ອຍຕຳຫຼວດຈະລາຈອນບັນດາເມືອງກຳນົດຈຸດສັບສົນແອອັດ ແລະ ບັນຈຸກຳລັງໃສ່ເພື່ອລະບາຍການສັນຈອນ ອຳນວຍຄວາມສະດວກຄ່ອງຕົວໃນການສັນຈອນ.

ຂໍ້ມູນ-ຮູບພາບ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ