
ຈາກສະພາບໄພນ້ຳຖ້ວມ ຢູ່ 4 ເມືອງ ແຂວງ ອຸດົມໄຊ ຄື: ເມືອງ ໄຊ, ເມືອງງາ, ເມືອງຫລາ ແລະ ເມືອງນາໝໍ້ ໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນເປັນຈຳນວນຫລວງຫລາຍ. ຕໍ່ກັບສະພາບການດັ່ງກ່າວ ຄະນະພັກ, ຄະນະນຳແຂວງອຸດົມໄຊ ກໍໄດ້ເອົາໃຈໃສ່ ປຸກລະດົມຫລາຍພາກສ່ວນເຂົ້າຊ່ວຍເຫລືອໃນເບື້ອງຕົ້ນ.
ມາວັນທີ 27-28 ສິງຫານີ້ ອົງການກາແດງແຂວງອຸດົມໄຊ ກໍໄດ້ລົງໃຫ້ການຊ່ວຍເຫລືອແກ່ບາງບ້ານທີ່ຖືກຜົນກະທົບໃນເບື້ອງຕົ້ນ ສາມາດຊ່ວຍຈຳນວນ 8 ບ້ານ, 56 ຄອບຄົວ ຢູ່ 2 ເມືອງ ໃນນີ້ ເມືອງຫລາ ມີ 3 ບ້ານ, 35 ຄອບຄົວ ແລະ ເມືອງໄຊ ມີ 5 ບ້ານ, 21 ຄອບຄົວ. ເຄື່ອງທີ່ນຳໄປຊ່ວຍເຫລືອແກ້ໄຂໃນເບື້ອງຕົ້ນນີ້ປະກອບມີເຄື່ອງໃຊ້ໃນຄົວເຮືອນ, ຜ້າຫົ່ມ, ສາດ ແລະ ມຸ້ງ ລວມມູນຄ່າທັງໝົດ 31 ລ້ານກ່ວາກີບ.


ຂໍ້ມູນຂ່າວ: ສີຈັນ ເກດວົງສາ
ກວດແກ້: ອ່ຽງຄຳ ວິລະສັກ