ແຂວງ​ ອຸດົມໄຊ ປະມູນພາຫະນະທີ່ສານຕັດສິນຮີບເປັນຂອງລັດ

ແຫລ່ງຂ່າວຈາກ ແຂວງ​ ອຸດົມໄຊ ໃຫ້ຮູ້ວ່າ: ຄະນະກຳມະການຮັບຜິດຊອບການປະມູນ ຈັດພິທີເປີດຊອງປະມູນຂາຍພາຫະນະທີ່ສານຕັດສິນຮິບເປັນຂອງລັດ ໃນວັນທີ 30 ສິງຫາ 2022 ຟດຍປະຕິບັດຕາມກົດໝາຍ ວ່າດ້ວຍຊັບສິນຂອງລັດ, ແຈ້ງການປະມູນຂອງພະແນກການເງິນແຂວງອຸດົມໄຊ ໃນການປະມູນລົດທີ່ສານຕັດສິນຮິບເປັນຂອງລັດ ເຊິ່ງມີທັງໝົດ 19 ຄັນ, ໃນນັ້ນ ມີລົດໃຫຍ່ 4 ຄັນ ແລະ ລົດຈັກ 15 ຄັນ.

ຜ່ານການຈັດຕັ້ງປະຕິບັດ ຂັ້ນຕອນການປະມູນ ມີບຸກຄົນທີ່ສົນໃຈເຂົ້າມາຊື້ຊອງປະ ມູນທັງໝົດ 444 ຊອງ ແລະ ມີຜູ້ທີ່ສົ່ງຊອງປະມູນຕົວຈິງທັງໝົດ 426 ຊອງ ໃນນີ້ ສົ່ງ ຊອງປະມູນລົດໃຫຍ່ຕົວຈິງ ຈຳນວນ 20 ຊອງ ແລະ ລົດຈັກ ຈຳນວນ 406 ຊອງ ໂດຍ ຄະນະກຳມະການຮັບຜິດຊອບການປະມູນ ກໍໄດ້ດຳເນີນການເປີດຊອງປະມູນ ຕາມລະບຽບການ, ຕາມຂັ້ນຕອນທີ່ກຳນົດໄວ້ດ້ວຍຄວາມໂປ່ງໃສ ເພື່ອເລືອກເອົາຜູ້ທີ່ໃສ່ລາຄາສູງສຸດ ເປັນຜູ້ຊະນະການປະມູນ ຕາມລະບຽບຂອງການປະມູນ.

ຂ່າວ: ສີຈັນ ເກດວົງສາ

error: Content is protected !!