
ບ້ານໂພນໄຊ ຫລື ບ້ານຫລັກ 17, ເມືອງຫລາ ແຂວງອຸດົມໄຊ ເປັນບ້ານໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນວັນທີ 26 ສິງຫາ 2022 ສົ່ງຜົນເຮັດໃຫ້ເຮືອນຊານ, ເຂົ້າຂອງເຄື່ອງໃຊ້ ຂອງປະຊາຊົນໄດ້ຮັບຄວາມເສຍຫາຍສົມຄວນ ທ່ານ ບຸນຕັງ ອົງການປົກຄອງ ບ້ານໂພນໄຊ ໄດ້ໃຫ້ຮູ້ວ່າ: ບ້ານໂພນໄຊ ເສຍຫາຍໜັກ ມີ 13 ຫລັງຄາເຮືອນ, ເຮືອນຄົວເປ່ເພ 7 ຄອບຄົວ ຮ້ານຂາຍເຄື່ອງຍ່ອຍ 3 ຮ້ານ.
ຄວາມເສຍຫາຍຈາກຜົນກະທົບຈາກໄພນ້ຳຖ້ວມຂອງບ້ານໂພນໄຊ ເປັນພຽງຂໍ້ມູນເບື່ອງຕົ້ນ ສະນັ້ນ ຕາງໜ້າອົງການປົກຄອງບ້ານຈິ່ງຂໍຄວາມຊ່ວຍເຫລືອມາຍັງພາກລັດ, ເອກະຊົນ, ອົງການຈັດຕັ້ງທຸກພາກສ່ວນ ທີ່ຢາກຊ່ວຍເຫລືອ ກໍ່ສາມາດເຂົ້າມາຊ່ວຍໄດ້ເພາະວ່າ ປັດຈຸບັນ ປະຊາຊົນ ພວມຂາດແຄນເຄື່ອງໃຊ້, ນ້ຳໃຊ້, ນ້ຳດື່ມ, ເຂົ້າສານ, ອາຫານແຫ້ງ, ທີ່ພັກອາໄສ ແລະອື່ນໆ.


ຂ່າວ: ແສງອາທິດ
ກວດ: ອ່ຽງຄຳ ວິລະສັກ