
ໃນວັນທີ 30 ສິງຫາ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນໂທ ຮຸນ ມາແນດ ຮອງຜູ້ບັນຊາການທະຫານສູງສຸດ, ຜູ້ບັນຊາການທະຫານບົກ ກອງທັບ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 29-31 ສິງຫາ 2022.
ໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ພົນໂທ ຮຸນ ມາແນດ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງປະເທດ ໂດຍສະເພາະ ການພົວພັນຮ່ວມມື ລະຫວ່າງສອງກອງທັບ ລາວ-ກຳປູເຈຍ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຂຶ້ນໄປເລື້ອຍໆ.
ທ່ານ ພົນໂທ ຮຸນ ມາແນດ ກໍໄດ້ ສະແດງຄວາມຂອບໃຈຕໍ່ ທ່ານ ພັນຄຳ ວິພາວັນ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງ ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີຊາບ.

ຂ່າວ: ທະນູທອງ
ພາບ: ເກດສະໜາ