
ຕາມການລາຍງານຂອງ ທ່ານ ຫຸມພັນ ບຸບຜາຄຳ ເຈົ້າເມືອງ ຫລາ, ແຂວງ ອຸດົມໄຊ ໃຫ້ໃນວັນທີ 28 ສິງຫາ 2022 ນີ້ວ່າ: ມາຮອດປັດຈຸບັນ, ເສັ້ນທາງ 2E ເມືອງໄຊ-ເມືອງຫລາ ຍັງບໍສາມາດສັນຈອນໄປມາໄດ້ເນື່ອງຈາກເສັ້ນທາງ ຖືກຕັດຂາດຫລາຍຈຸດ ໄຟຟ້າ ນ້ຳປະປາ ຍັງບໍສາມາດໃຊ້ການໄດ້
ສ່ວນລະບົບການສື່ສານໂທລະຄົມ ສາມາດແກ້ໄຂໄດ້ແລ້ວສອງ ເຄືອຂ່າຍຄື: ເຄືອຂ່າຍຢູນີເທວ ( ຫລັກ9) ແລະ ລາວໂທລະຄົມ(ຫລັກ5)
ຕໍ່ກັບສະພາບການດັ່ງກ່າວ, ອົງການປົກຄອງແຂວງອຸດົມໄຊ ກໍໄດ້ລະດົມທຸກກຳລັງເຂົ້າຊ່ວຍເຫລືອ ແລະ ໃຫ້ກຳລັງໃຈແກ່ຜູ້ປະສົບໄພໃນຄັ້ງນີ້
ໃນວັນດຽວກັນ, ພາກສ່ວນກ່ຽວຂ້ອງ ສາມາດແກ້ໄຂສ້ອມແປງເສັ້ນທາງສຸກເສີນສາມາດເຂົ້າໄປຮອດບ້ານຫ້ວຍຫລາ(ຫລັກ21).


