ສະຫລຸບຜົນການຄົ້ນຄວ້າ ສ້າງນະໂຍບາຍ ພັດທະນາລະບົບບໍລິຫານລັດ ດີຈິຕອລ ໃນລາວ

ສູນບໍລິຫານລັດດີຈິຕອລ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ສະຖາບັນການພັດທະນາ ຂອງ ສ ເກົາຫລີ ຫລື Korea Development Institute (KDI) ຈັດກອງປະຊຸມສະຫລຸບຜົນສຳເລັດ ຂອງການຄົ້ນຄວ້າໃນການສ້າງນະໂຍບາຍພັດທະນາລະບົບບໍລິຫານລັດດີຈິຕອນ ຢູ່ ສປປ ລາວ ພາຍໃຕ້ໂຄງການແລກປ່ຽນຄວາມຮູ້ “Knowledge Sharing Program” (KSP) ໃນວັນທີ 24 ສິງຫາ ຜ່ານມາ ໂດຍການເປັນປະທານຮ່ວມ ຂອງ ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຢັງໂຮອານ (Yang-Ho-Ahn) ທີ່ປຶກສາອາວຸໂສ KDI, ອະດີດຮອງລັດຖະມົນຕີກະຊວງພາຍໃນ ແລະ ຄວາມປອດໄພ ສ ເກົາຫລີ, ມີບັນດາກະຊວງ, ອົງການທຽບເທົ່າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດີຈິຕອນ ໄດ້ລາຍງານພາບລວມ ໃນການຈັດຕັ້ງປະຕິບັດໂຄງການແລກປ່ຽນຄວາມຮູ້ (KSP) ທີ່ໄດ້ຮັບການຊ່ວຍເຫລືອຈາກ ສ ເກົາຫລີ ສົກປີ 2021-2022 ເຊິ່ງໂຄງການນີ້ ແມ່ນໂຄງການຮ່ວມມືໜຶ່ງ ທີ່ມີຄວາມສຳຄັນຫລາຍ ໃນການສຶກສາຄົ້ນຄວ້າ ບັນດານະໂຍບາຍ ແລະ ນິຕິກຳ ທີ່ຈຳເປັນ ຊ່ວຍໃຫ້ພວກເຮົາສາມາດປະເມີນໄດ້ວຽກງານບໍລິຫານ ແລະ ບໍລິການລັດ ຢູ່ ສປປ ລາວ, ເຫັນໄດ້ບັນດາສິ່ງທ້າທາຍ ແລະ ສິ່ງທີ່ຍັງຄົງຄ້າງ ເພື່ອຊຸກຍູ້-ສົ່ງເສີມ ການຫັນເປັນທັນສະໄໝ ດ້ານດີຈິຕອລ ໂດຍສະເພາະການຫັນເປັນລັດຖະບານດີຈິຕອນ ໃຫ້ມີການພັດທະນາໄວຂຶ້ນ. ກອງປະຊຸມຄັ້ງນີ້ ແມ່ນການສະຫລຸບຜົນສຳເລັດ ຂອງໂຄງ ການ ແລະ ບົດລາຍງານສະບັບສຸດທ້າຍ, ພ້ອມກັນນັ້ນ ຍັງຈະໄດ້ເຜີຍແຜ່ບົດລາຍງານດັ່ງກ່າວ ແລະ ນຳໃຊ້ເປັນບ່ອນອີງ ເພື່ອສ້າງເປັນໂຄງການໂດຍນໍາໃຊ້ງົບປະມານຂອງລັດ ແລະ ຂໍທຶນຊ່ວຍເຫລືອ ເພື່ອພັດທະນາ ລັດຖະບານດີຈິຕອນ ຕໍ່ໄປ.
ໂອກາດນີ້, ຊ່ຽວຊານຈາກ KDI ສ ເກົາຫລີ ກໍໄດ້ສະຫລຸບຜົນສຳເລັດ ບົດຄົ້ນຄວ້າຂອງໂຄງການ ເຊິ່ງປະກອບມີ 3 ໜ້າວຽກຫລັກຄື: ສັງລວມສະພາບການພັດທະນາລັດຖະບານດີຈິຕອນ ຫລື e-government ຂອງ ສປປ ລາວ ວ່າມີການພັດທະນາແນວໃດ, ແຜນພັດທະນາມີຫຍັງແດ່ ເພື່ອເປັນຂໍ້ມູນພື້ນຖານອັນສຳຄັນໃນການສຶກສາແນວທາງ ໃນການສ້າງແຜນຍຸດທະສາດພັດທະນາລັດຖະບານດີຈິຕອລ ຂອງ ສປປ ລາວ ເຮົາ; ສຶກສາບັນດານະໂຍບາຍ ແລະ ນິຕິກຳທີ່ກ່ຽວຂ້ອງມີຫຍັງແດ່ ແລະ ຄວນປັບປຸງ ຫລື ສ້າງໃໝ່ ອັນທີ່ຈຳເປັນຄືແນວໃດ ເພື່ອຫັນເປັນລັດຖະບານດີຈິຕອນ ໄດ້ຢ່າງມີປະ ສິດທິພາບ ແລະ ຮັບປະກັນຄວາມປອດໄພ; ເວົ້າເຖິງການສ້າງທັກສະ ຫລື ການພັດທະ ນາບຸກຄະລາກອນ ເພື່ອຮອງຮັບການພັດທະນາວຽກງານຫັນເປັນລັດຖະບານດີຈິຕອນ.
ນອກຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ກໍໄດ້ປະກອບຄຳເຫັນຕໍ່ວຽກງານການສ້າງນະໂຍ ບາຍ ເພື່ອຮອງຮັບການພັດທະນາວຽກງານ ການຫັນເປັນທັນສະໄໝ ເພື່ອລະດົມແນວຄວາມຄິດ ໃນການພັດທະນາວຽກງານດັ່ງກ່າວ ໃຫ້ສົມບູນ ແລະ ມີປະສິດທິພາບສູງຂຶ້ນ.
ຂໍ້ມູນຂ່າວ: ກະຊວງເຕັກໂນໂລຊີ ແລະ ການສື່ສານ
ຮູບ: 002,003

However, this will not normally be considered more than one term ahead of the date when you want your child to start at the school. The value of positron emission tomography in patients with non-small cell lung cancer. Systemd Support Amazon Linux 2 includes the widely adopted systemd init system which is used to bootstrap the user space as well as manage system processes.
error: Content is protected !!