ເກີດ​ນ້ຳຖ້ວມ​ຊຸ ຢູ່ເມືອງ​ ​ໄຊ,​ ແຂວງ​ ອຸດົມໄຊ

ອີງຕາມ​ເຟສບຸກ​ຫ້ອງການຖະແຫຼງຂ່າວ, ວັດທະນາທຳ​ ແລະ​ ທ່ອງທ່ຽວ​ ເມືອງ​ ໄຊ​ ລາຍງານວ່າ: ເນື່ອງຈາກ​ວ່າ​ສະຖານະການ​ ຝົນຕົກໜັກຕໍ່ເນື່ອງ​ 7-8​ ຊົ່ວໂມງໃນຕອນເຊົ້າວັນທີ 26​ ສິງຫາ​ 2022​ ນີ້​ ໄດ້ເຮັດໃຫ້ນ້ຳນອງຂຶ້ນຖ້ວມບາງເຂດ,​ ບາງບ້ານ ແລະ​ ດິນສະໄລ ດິນເຈື່ອນຖົ່ມໃສ່ເຮືອນພໍ່ແມ່ປະຊາຊົນ ສ້າງຄວາມເສຍຫາຍຢ່າງໜັກ.​

ບ້ານທີ່ມີນ້ຳຖ້ວມຄື: ບ້ານ​ຫຼັກ​ 10,​ ເຂດບ້ານ​ຫຼັກ​ 4,​ ບ້ານປ່າສັກ ແລະ​ ເຂດອື່ນໆຂອງເມືອງໄຊ.​ ທາງຫ້ອງການ ຖວທ​ ເມືອງ​ ຍັງໄດ້ແຈ້ງໃຫ້ພໍ່ແມ່ພີ່ນ້ອງ​ຊາວເມືອງໄຊ​ ຫລື​ ພໍ່ແມ່ປະຊາຊົນທີ່ຢູ່ແຄມແມ່ນ້ຳ ແລະ​ ຕີນພູ ຈົ່ງມີສະຕີລະວັງຕົວ​ ຕໍ່ສະພາບຝົນຕົກໜັກ,​ ຍົກຍ້າຍເຄື່ອງຂອງໄວບ່ອນປອດໄພ.​

ພາບ: ແສງຈິດ​ ໄຊຍະໂຕນ,​ ຫ້ອງການ​ ຖວທ​ ເມືອງໄຊ

error: Content is protected !!