
ຕົວເລກຜູ້ຕິດເຊື້ອພະຍາດໄຂ້ຍຸງຍັງເພີ່ມຂຶ້ນ ຮອດປັດຈຸບັນພົບແລ້ວ 20,135 ກວ່າກໍລະນີ. ໃນນີ້, ມີຜູ້ເສຍຊີວິດ 17 ກໍລະນີ, ນະຄອນຫຼວງພົບຜູ້ຕິດເຊື້ອຫຼາຍກວ່າໝູ່, ຮອງມາແມ່ນຫຼວງນ້ຳທາ, ອັດຕະປື, ສາລະວັນ…
ອີງຕາມຂໍ້ມູນການລາຍງານຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ປະຈຳວັນທີ 24 ສິງຫາ 2022 ຂອງສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ໃນທົ່ວປະເທດ ມີຈໍານວນຜູ້ຕິດເຊື້ອທັງໝົດ 20,135 ກວ່າກໍລະນີ ແລະ ເສຍຊີວິດ 35 ກໍລະນີ. ໃນນັ້ນ, ນະຄອນຫຼວງວຽງຈັນ ເປັນອັນດັບ 1 ພົບຜູ້ຕິດເຊື້ອທັງໝົດ 3.335 ກໍລະນີ ເສຍຊີວິດ17 ກໍລະນີ,
– ນະຄອນຫຼວງວຽງຈັນ10,190 ກໍລະນີ ເສຍຊີວິດ 5 ກໍລະນີ,
– ຫຼວງນ້ຳທາ 2,594 ກໍລະນີ ເສຍຊີວິດ 2 ກໍລະນີ,
– ອັດຕະປື 1,261 ກໍລະນີ ເສຍຊີວິດ 4 ກໍລະນີ,
– ສາລະວັນ 1,234 ກໍລະນີ ເສຍຊີວິດ 3 ກໍລະນີ,
– ເຊກອງ 953 ກໍລະນີ
– ສະຫວັນນະເຂດ 821 ກໍລະນີ
– ຫຼວງພະບາງ 726 ກໍລະນີ
– ວຽງຈັນ 681 ກໍລະນີ
– ອຸດົມໄຊ 458 ກໍລະນີ ເສຍຊີວິດ 1 ກໍລະນີ,
– ໄຊຍະບູລີ 368 ກໍລະນີ
– ຄຳມ່ວນ 930 ກໍລະນີ
– ຈຳປາສັກ 201 ກໍລະນີ
– ບໍລິຄຳໄຊ 97 ກໍລະນີ
– ໄຊສົມບູນ 56 ກໍລະນີ
– ຊຽງຂວາງ 80 ກໍລະນີ ເສຍຊີວິດ 2 ກໍລະນີ,
– ບໍ່ແກ້ວ 56 ກໍລະນີ
– ຫົວພັນ 18 ກໍລະນີ
– ຜົ້ງສາລີ 11 ກໍລະນີ
ພະຍາດໄຂ້ຍຸງລາຍ ເປັນອີກພະຍາດຫນຶ່ງ ຕ້ອງໄດ້ເອົາໃຈໃສ່ ເຝົ້າລະວັງຢ່າງເຂັ້ມງວດ, ເພາະຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ແລະ ແຜ່ລະບາດຢ່າງກວ້າງຂວາງໃນທົ່ວປະເທດ
ຂໍ້ມູນ: FM90
