ຄະນະກໍາມະການຄວບຄຸມໄພພິບັດຂັ້ນເມືອງລົງສໍາຫລວດເສັ້ນທາງທີ່ເປ່ເພ

ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 19-21 ສິງ ຫາ ຜ່ານມາ, ຄະນະກໍາມະການຄວບຄຸມໄພພິບັດຂັ້ນເມືອງ ສົມທົບກັບ ບໍລິສັດ ຢຸຍເຊີນ ກໍ່ສ້າງຂົວທາງ ແລະ ເຄຫາສະຖານຈໍາກັດ ແລະ ບໍລິສັດ ພູມິນ ກໍ່ສ້າງຂົວທາງ ຈໍາກັດ ລົງສໍາຫລວດເສັ້ນທາງທີ່ເປ່ເພ ແຕ່ເມືອງເມິງຫາຂົວນໍ້າຟ້າ ແລະ ເມືອງເມິງ ຫາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ນໍາໂດຍ ທ່ານ ໂພສີ ປໍລະເມິງ ຫົວໜ້າຫ້ອງການສະຫວັດດີການສັງຄົມເມືອງ, ຮອງປະທານຜູ້ປະຈໍາການ ຄະນະກໍາມະການຄວບຄຸມໄພພິບັດຂັ້ນເມືອງ, ມີຄະນຮັບຜິດຊອບທີ່ກ່ຽວຂ້ອງຂອງເມືອງ ເຂົ້າຮ່ວມຕິດຕາມ.

ຜ່ານການສໍາຫລວດຕົວຈິງເຫັນວ່າ: ເສັ້ນທາງແຕ່ເມືອງເມິງ ແຂວງບໍ່ແກ້ວ ຫາ ບ້ານຊຽງກົກໃໝ່ ເມືອງລອງ ແຂວງຫລວງນໍ້າທາ ແມ່ນບໍລິສັດ ຢຸຍເຊີນ ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດ ເປັນຜູ້ຮັບຜິດຊອບ ໄລຍະທາງທັງໝົດ 54 ກິໂລແມັດ, ມີດິນເຈື່ອນລົງໜ້າທາງ 18 ຈຸດ, ໜ້າທາງເປັນບວກເປັນຂຸມ 43 ຈຸດ ແລະ ດິນຖົມທໍ່ລະບາຍນໍ້າ 1 ຈຸດ; ເສັ້ນທາງລະຫວ່າງເມືອງເມິງ ຫາ ເມືອງຫ້ວຍຊາຍ ແມ່ນບໍລິສັດ ພູມິນ ກໍ່ສ້າງຂົວທາງ ຈໍາກັດ ເປັນຜູ້ຮັບຜິດຊອບ ມີໄລຍະທາງທັງໝົດ 61 ກິໂລແມັດ, ມີດິນເຈື່ອນລົງໜ້າທາງ 45 ຈຸດ, ໜ້າທາງເປັນບວກເປັນຂຸມມີ 2 ຈຸດ ເຊິ່ງທັງສອງບໍລິສັດ ຈະໄດ້ນໍາເອົາກົນຈັກເຂົ້າມາປັບປຸງ ແລະ ແກ້ໄຂ ໃຫ້ທ່ວງທັນກັບສະພາບການ ເພື່ອຄວາມສະດວກສະບາຍໃນການເດີນທາງໄປມາ ກໍຄື ການຂົນສົ່ງສິນຄ້າຕ່າງໆ ລະຫວ່າງເມືອງເມິງ ຫາ ບ້ານຊຽງກົກໃໝ່ ເມືອງ ລອງ ແຂວງ ຫລວງນໍ້າທາ, ເມືອງ ເມິງ ຫາ ເມືອງ ຫ້ວຍຊາຍ, ເມືອງຫາເມືອງ ແລະ ບ້ານຫາບ້ານ ໃຫ້ມີຄວາມສະດວກສະບາຍ ແລະ ວອງໄວຂຶ້ນກວ່າເກົ່າ.

ຂ່າວ: ອຸ່ນຄໍາ ຂັນວາລິດ

error: Content is protected !!