ໂລະລາດຢູ່ນະຄອນ ຫລວງພະບາງ ໃນງານບຸນຫໍ່ເຂົ້າປະດັບດິນ ຄຶກຄື້ນອີກຄັ້ງ

ແຫລ່ງຂ່າວຈາກ ແຂວງ​ ຫລວງພະບາງ ໃຫ້ຮູ້ວ່າ: ວັນທີ 25 ສິງຫາ 2022 ນີ້, ອົງການປົກຄອງນະຄອນ ຫລວງພະບາງ ໄດ້ຈັດງານລົງຕະຫລາດນັດແບບມວນຊົນ ຫລື ໂລະລາດ ໃນໂອກາດບຸນຫໍ່ເຂົ້າປະດັບດິນ-ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2565 ຄສ 2022 ໂດຍມີ ທ່ານ ສົມສະຫວາດ ເລັ່ງສະຫັວດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ, ມວນຊົນທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ ຢ່າງຫລວງຫລາຍ ແລະ ເຕັມໄປດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ ພາຍຫລັງທີ່ບໍ່ໄດ້ຈັດມາເປັນເວລາ 2 ປີ ຍ້ອນສະພາບການລະບາດຂອງພະຍາດ​ ໂຄວິດ-19.

ງານໂລະລາດ ໄດ້ຈັດຂຶ້ນເປັນປະຈໍາພໍຮອດມື້ແຮມ 13 ຄໍ່າ ເດືອນ 9 ຢູ່ຖະໜົນສີ ສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈຸ້ມຄ້ອງ ຫາ 3 ແຍກພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໂດຍມີພໍ່ຄ້າ, ແມ່ຄ້າ-ຊາວຂາຍ ທັງພາຍໃນ, ແຂວງອ້ອມຂ້າງ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນພາຍໃນແຂວງຫລວງພະບາງ ໄດ້ນຳເອົາສິນຄ້າ ແລະ ຜະລິດຕະພັນ ສີໄມ້ລາຍມືຂອງຕົນ ມາວາງສະແດງຂາຍ ເປັນຕົ້ນ ເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງອຸປະໂພ-ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງກິນດື່ມ ແລະ ໝາກໄມ້ຊະນິດຕ່າງໆ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫລື ເຂົ້າປະດັບດິນ.

ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ ໄດ້ໃຫ້ສຳພາດວ່າ: ງານໂລະລາດ ເປັນປະເພນີໜື່ງ ທີ່ຊາວຫລວງພະບາງ ເມືອງມໍລະດົກໂລກ ໄດ້ພ້ອມກັນອະນຸ ລັກປົກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກສະເພາະຂອງຕົນ ທີ່ໄດ້ສືບທອດກັນມາເຫິງນານ, ໃນປີນີ້ ອົງການປົກຄອງນະຄອນຫລວງພະບາງ ໄດ້ປຸກລະດົມໃຫ້ປະຊາຊົນ ນຳເອົາສິນຄ້າມາວາງຂາຍໃຫ້ຫລາຍ ທັງໄດ້ມີການຄຸ້ມຄອງ ແລະ ຈັດສັນໃຫ້ເປັນລະບຽບຮຽບຮ້ອຍ.

ຂໍ້ມູນ: ຂປລ

error: Content is protected !!