ເສດຖະກິດ-ສັງຄົມ ແຂວງຄໍາມ່ວນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ແຫຼ່ງຂ່າວຈາກ ແຂວງ​ ຄຳມ່ວນ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2022 ນີ້, ເສດຖະກິດ-ສັງຄົມ ພາຍໃນແຂວງ​ ຄຳມ່ວນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ພາຍໃຕ້ການນໍພາ-ຊີ້ນໍາ ຢ່າງໃກ້ສິດຂອງຄະນະບໍລິຫານງານພັກແຂວງ ກໍຄື ການຕິດຕາມກວດກາຂອງສະພາປະຊາຊົນຂັ້ນແຂວງ ລວມທັງຄວາມພະຍາຍາມຢ່າງຕັ້ງໜ້າ ຂອງອົງການປົກ ຄອງແຂວງ, ການປະກອບສາວນຢ່າງເປັນເຈົ້າການຂອງພະນັກງານ, ທະຫານຕໍ່າຫລວດ, ການສະໜັບສະໜູນ ແລະ ເຂົ້າຮ່ວມຂອງປະຊາຊົນທຸກຊັ້ນຄົນໃນທົ່ວແຂວງ.
ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ຄໍາມ່ວນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງຊຸດທີ II ເມື່ອບໍ່ດົນນີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2022 ເສດຖະກິດພາຍໃນແຂວງຄໍາມ່ວນ ຂະຫຍາຍຕົວຢູ່ໃນລະດັບ 3.​56%, ລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ 4,​475 ຕື້ກີບ, ຄາດວ່າໝົດປີ ການຂະຫຍາຍຕົວເສດຖະກິດຈະມີທ່າອ່ຽງເພີ່ມຂຶ້ນ; ການຈັດເກັບລາຍຮັບງົບປະມານ ບັນລຸໄດ້ທັງໝົດ 471 ຕື້ກີບເທົ່າກັບ 50.​29% ຂອງແຜນການ, ໃນນີ້ ລາຍຮັບທ້ອງຖິ່ນປະຕິບັດໄດ້ 241,428 ຕື້ກີບ ເທົ່າກັບ 74.​07% ຂອງແຜນການ, ລາຍຈ່າຍ ປະຕິບັດໄດ້ 333.​61 ຕື້ກີບ, ເທົ່າກັບ 62,55% ຂອງແຜນການປີ; ໄດ້ແກ້ໄຂຍານພາຫະນະທີ່ນໍາເຂົ້າທີ່ບໍ່ຖືກຕ້ອງນັບແຕ່ທ້າຍປີ 2021 ເຖິງປັດຈຸບັນໄດ້ 3,​123 ຄັນ, ລົດໃຫຍ່ 1,​876 ຄັນ ແລະ ລົດຈັກ 1,​247 ຄັນ; ການລະດົມທຶນເພື່ອການພັດທະນາໄດ້ 1,​158.​28 ຕື້ກີບ, ກວມ 25.​88% ຂອງ GDP, ໃນນີ້ ການລົງທຶນຂອງລັດ 294 ຕື້ກີບ, ປະຕິບັດໄດ້ 194 ໂຄງການເທົ່າກັບ 58.​64%, ການຊ່ວຍເຫລືອທາງການເພື່ອການພັດທະນາ 5 ໂຄງການ, ມູນຄ່າ 36.​36 ຕື້ກີບ, ເທົ່າກັບ 25.​42%, ການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 35 ໂຄງການ ເທົ່າກັບ 24.​33%.
ສ່ວນການພັດທະນາຊັບພະຍາກອນມະນຸດ ແມ່ນໄດ້ສຸມໃສ່ປັບປຸງຄຸນນະພາບການສຶກສາທັງໄດ້ກໍ່ສ້າງ, ປັບປຸງພື້ນຖານໂຄງລ່າງ ແລະ ຈັດຕັ້ງບໍາລຸງຍົກລະດັບຄູ-ອາຈານ, ປະຕິ ບັດຄາດໝາຍການພັດທະນາແບບຍືນຍົງບັນລຸໄດ້ 6 ຕົວຊີ້ວັດ ຈາກ 15 ຕົວຊີ້ວັດ; ການສັກວັກຊິນປ້ອງກັນພະຍາດໂຄວິດ 19 ເຂັມທີ 1 ກວມ 75,8%; ເຂັມທີ 2 ກວມ 68,4% ແລະ ເຂັມກະຕຸ້ນ ກວມ 14,6% ປະຕິບັດຄາດໝາຍການພັດທະນາແບບຍືນຍົງບັນລຸໄດ້ 8 ຕົວຊີ້ວັດ ຈາກ 11 ຕົວຊີ້ວັດ; ລະບົບຕາໜ່າງສື່ມວນຊົນໄດ້ຮັບການຂະຫຍາຍຕົວຢ່າງກວ້າງຂວາງ, ສິລະປະວັດທະນະທໍາ, ມໍລະດົກໄດ້ສືບຕໍ່ເສີມຂະຫຍາຍ ແລະ ປົກປັກຮັກສາ, ຄອບຄົວ ແລະ ບ້ານວັດທະນະທໍາ ໄດ້ເພິ່ມຂື້ນ; ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບ ໃຫ້ດີຂຶ້ນເທື່ອລະກ້າວ, ສາມາດສ້າງບ້ານພັດທະນາໄດ້ 6,5% ຂອງແຜນການ, ຄອບຄົວພັດທະນາໄດ້ 55,14%, ຄອບຄົວທຸກຍາກໄດ້ຫລຸດດລົງ 520 ຄອບຄົວ ແລະ ຄອບຄົວພົ້ນທຸກກວມເອົາ 69.​73%, ມີໄຟຟ້າຊົມໃຊ້ແລ້ວ 10 ເມືອງ, ບ້ານທີ່ມີໄຟຟ້າໃຊ້ 98.​42%, ມີຄອບຄົວໃຊ້ໄຟຟ້າ 93.​43%, ໄປຄຽງຄູ່ກັນນັ້ນ, ການປົກປັກຮັກສາສິ່ງແວດ ລ້ອມ, ການສ້າງພື້ນຖານໂຄງລ່າງ ແລະ ສົ່ງເສີມຮ່ວມມືສາກົນກໍ່ນັບມື້ໄດ້ຮັບການພັດທະນາ ລວມເຖິງການຄຸ້ມຄອງບໍລິຫານລັດ ແລະ ສັງຄົມ ກໍໄດ້ຮັບການປົກປ້ອງຕາມທິດລັດແຫ່ງກົດໝາຍຢ່າງມີຄວາມສັກສິດ.
ຂ່າວ: ມະນີວັນ

error: Content is protected !!