
ອີງຕາມບົດບັນທຶກກອງປະຊຸມປຶກສາຫາລືກ່ຽວກັບການ ກຳນົດລາຄາຊີ້ນໝູພັນ ຂອດຂາຍຍົກ-ຂາຍຍ່ອຍ ພາຍໃນຕະຫຼາດເທດສະບານນະຄອນຫຼວງພະບາງ, ແຂວງຫຼວງພະບາງ ຄັ້ງວັນທີ 22 ສິງຫາ 2022 ໂດຍກອງປະຊຸມໄດ້ຄົ້ນຄ້ວາປຶກສາຫາລືກ່ຽວກັບກັບການກຳນົດໂຄງປະກອບລາຄາຊີ້ນໝູພັນ ຂອດຂາຍຍົກ-ຂາຍຍ່ອຍ ໂດຍການເປັນປະທານຂອງ ທ່ານ ບຸນສົມ ຄຸນມະນີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 24 ທ່ານ, ຍິງ 6 ທ່ານ ເຊິ່ງແມ່ນມາຈາກກຸ່ມຊື້ສັດ-ຂາຍຊີ້ນ, ຫົວໜ່ວຍທຸລະກິດຂາຍຍົກ-ຂາຍຍ່ອຍຊີ້ນໝູພັນ ພາຍໃນຕະຫຼາດເທດສະບານນະຄອນຫຼວງພະບາງ.
ຜ່ານການຄົ້ນຄ້ວາປະກອບຄຳຄິຄຳເຫັນຢ່າງກົງໄປກົງມາ ແລະ ມີເຫດພາຍໃນມີຜົນ ໃນກອງປະຊຸມໄດ້ຕົກລົງເປັນເອກະພາບກັນໃນການກໍານົດລາຄາຊີ້ນໝູຂອດຂາຍຍົກ-ຂາຍຍ່ອຍຕະຫຼາດເທດສະບານນະຄອນຫຼວງພະບາງ ດັ່ງນີ້: 1) ຕົກລົງກຳນົດລາຄາຊີ້ນໝູພັນ ປະເພດ1 ຊີ້ນສົດ ຂອດຂາຍຍ່ອຍສູງສຸດບໍ່ເກີນ 65,000 ກີບ/ກິໂລກຣາມ ແລະ 2)ກຳນົດຂອດຂາຍຍົກຈາກນາຍຮ້ອຍສົ່ງເຖີງລູກຂຽງ ແມ່ນສູງສຸດບໍ່ເກີນ 62,000 ກີບ/ກິໂລກຣາມ.
