
ຕາມຂ່າວຈາກ ປາຣີ, ວັນທີ 7 ເມສາ ນີ້, ຜົນການຄົ້ນຄວ້າທີ່ໄດ້ຮັບການຕີພິມ ໃນເວລະສານການແພດ ຂອງອັງກິດ (British Medical Journal) ເປັນວາລະສານເກົ່າແກ່ທີ່ສຸດວາລະສານໜຶ່ງຂອງໂລກລະບຸວ່າ: ຜູ້ຕິດ ໂຄວິດ-19 ມີຄວາມສ່ຽງ ເພີ່ມຂຶ້ນຕໍ່ພາວະ ຫລອດເລືອດ ອຸດຕັນຮຸນແຮງ ເປັນເວລາ 6 ເດືອນ ຫລັງຕິດເຊື້ອ ໂຄວິດ-19 ພາຍຫລັງໄດ້ປຽບທຽບຂໍ້ມູນຂອງ ຊາວຊູແອດ ທີ່ຕິດເຊື້ອ ໂຄວິດ-19 ຫລາຍກວ່າ 1 ລ້ານຄົນ ໃນລະຫວ່າງ ເດືອນ ກຸມພາ ປີ 2020 ຫາ ເດືອນ ພຶດສະພາ 2021 ກັບກຸ່ມຄວບຄຸມກວ່າ 4 ລ້ານຄົນ ທີ່ບໍ່ຕິດເຊື້ອ ໂຄວິດ-19 ຜົນການຄົ້ນຄວ້າພົບວ່າ: ຜູ້ຕິດ ໂຄວິດ-19 ມີຄວາມສ່ຽງເພີ່ມຂຶ້ນຕໍ່ສະພາວະຫລອດເລືອດອຸດຕັນໃນປອດເປັນເວລາ 6 ເດືອນສູງເຖິງ 33 ເທົ່າ ຫລັງຕິດເຊື້ອອີກທັງມີຄວາມສ່ຽງເພີ່ມຂຶ້ນ ຕໍ່ພາວະຫລອດເລືອດອຸດຕັນ ໃນຫລອດເລືອດດຳເຖິງ 5 ເທົ່າ ເປັນເວລາ 3 ເດືອນ ຫລັງຕິດເຊື້ອແລ້ວ.
